ສະຫະປະຊາຊາດປຸກລະດົມຂະບວນການເນື່ອງໃນໂອກາດວັນປ້ອງກັນຕ້ານ HIV/AIDS ທົ່ວໂລກ

(vovworld) - ​ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​ປ້ອງ​ກັນ ​ແລະ ຕ້ານ HIV/AIDS ທົ່ວ​ໂລກ (01/12), ບັນດາ​ອົງການ​ຂອງ ສປຊ ​ໄດ້​ປຸກລະດົມ​ຂະ​ບວນການ​ຮຽກຮ້ອງ​ເພີ່ມ​ທະວີ​ສິດຜົນປະ​ໂຫຍ​ດຂອງ​ບັນດາ​ຜູ້​ທີ່​ຖືກ​ຕິດ​ເຊື້ືອ HIV ຢູ່​ບ່ອນ​ເຮັດ​ວຽກ. ຂະ​ບວນການ​ດັ່ງກ່າວ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ ອົງການ​ອະນາ​ໄມ​ໂລກ, ອົງການ​ແຮງ​ງານ​ສາກົນ ​ແລະ ​ໂຄງການ​ສົມທົບ​ຂອງ ສປຊ ກ່ຽວ​ກັບ HIV/AIDS. ທ່ານ Guy Ryder ຜູ້ອຳນວຍການ​ອົງການ​ແຮງ​ງານ​ສາກົນ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ບັນດາ​ປະ​ເທດ ​ແລະ ສະຫະພັນ​ແຮງ​ງານ ໝັ້ນ​ໝາຍ​ປົກ​ປັກ​ຮັກສາ​ສິດ​ຂອງ​ຜູ້​ທີ່ຖືກ​ຕິດ​ເຊື້ອ HIV ຢູ່ ບ່ອນ​ເຮັດ​ວຽກ. ​ເພາະວ່າ ຕາມ​ທ່ານ Ryder ​ແລ້ວ,  ມີ​ວຽກ​ງານ​ທີ່​ເໝາະ​ສົມ ກໍ​ເປັນ​ການ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​​ໃຫ້​ແກ່ຜູ້​ຕິ​ດ​ເຊື້ອ HIV .

ຕອບກັບ

ຂ່າວ/ບົດ​ອື່ນ