ສະຫະປະຊາຊາດຢືນຢັນວ່າ ກຳລັງ Houthi ຖອນກຳລັງອອກຈາກບັນດາທ່າກ່ຳປັ່ນໃຫຍ່ຂອງ ເຢແມນ

(VOVWORLD) -  ວັນທີ 12 ພຶດສະພາ, ສະຫະປະຊາຊາດຖະແຫຼງວ່າ ກຳລັງ Houthi ຢູ່ ເຢແມນ ພວມດຳເນີນການຖອນກຳລັງອອກຈາກບັນດາທ່າກ່ຳປັ່ນສຳຄັນຢູ່ທະເລແດງຖືກຕາມແຜນການ, ພາຍຫລັງລັດຖະບານ ເຢແມນ ກ່າວຫາພວກ Houthi ຫລອກລ່ວງກ່ຽວກັບຂໍ້ມູນຂ່າວດັ່ງກ່າວ.

ສະຫະປະຊາຊາດຢືນຢັນວ່າ ກຳລັງ Houthi ຖອນກຳລັງອອກຈາກບັນດາທ່າກ່ຳປັ່ນໃຫຍ່ຂອງ ເຢແມນ - ảnh 1 ພວກກະບົດ Houthi (ພາບ:  AFP/TTXVN)

ສະຫະປະຊາຊາດໃຫ້ຮູ້ວ່າ: ພວກກະບົດ Houthi  ປະຕິບັດການຖອນກຳລັງອອກຈາກບັນດາທ່າກ່ຳປັ່ນ Hodeida, Salif ແລະ Ras-Issa ມື້ທຳອິດຖືກຕາມແຜນການທີ່ໄດ້ວາງອອກ. ສະຫະປະຊາຊາດເນັ້ນໜັກວ່າ ຖັນແຖວພະນັກງານຂອງອົງການນີ້ ໄດ້ຕິດຕາມກວດກາຢູ່ທັງ 3 ທ່າກ່ຳປັ່ນດັ່ງກ່າວ ເມື່ອພວກກະບົດ Houthi ຖອນກຳລັງ ແລະ ກຳລັງປ້ອງກັນຝັ່ງທະເລ ເຢແມນ ສືບຕໍ່ຮັບເອົາໜ້າທີ່ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ