ສະຫະປະຊາຊາດຮຽກຮ້ອງໃຫ້ທະຫານປະສົມສາກົນຕ້ານ IS ປົກປ້ອງສາມັນຊົນ

(VOVWORLD) -ວັນທີ 26 ພຶດສະພາ, ຂ້າຫຼວງໃຫຍ່ສະຫະປະຊາຊາດກ່ຽວກັບສິດທິມະນຸດ Zeid Ra’ad al Hussein ໄດ້ຮຽກຮ້ອງໃຫ້ທຸກໆປະເທດເຂົ້າຮ່ວມພາລະກິດຕ້ານກໍ່ການຮ້າຍຢູ່ຊີຣີ, ກຳນົດຢ່າງຈະແຈ້ງບັນດາເປົ້າໝາຍການທະຫານ ແລະ ພົນລະເຮືອນ ເພື່ອສະກັດກັ້ນຄວາມລົ້ມຫາຍຕາຍຈາກໃຫ້ສາມັນຊົນຢູ່ໃນລະດັບຕ່ຳສຸດ ໃນບັນດາເຫດບຸກໂຈມຕີທາງອາກາດ.
ສະຫະປະຊາຊາດຮຽກຮ້ອງໃຫ້ທະຫານປະສົມສາກົນຕ້ານ IS ປົກປ້ອງສາມັນຊົນ - ảnh 1 (ພາບປະກອບ: AFP/TTXVN)

ໃນຂະນະນັ້ນ, ໂຄສົກຂອງທ່ານ Zeid ຖືວ່າ, ເລື່ອງຢັ້ງຢືນກອງທັບອາກາດປະເທດໃດຕ້ອງຮັບຜິດຊອບບັນດາເຫດບຸກໂຈມຕີທາງອາກາດທີ່ກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນແມ່ນເລື່ອງຍາກທີ່ສຸດ, ຍ້ອນມີຫຼາຍປະເທດພວມເຂົ້າຮ່ວມທະຫານປະສົມຕ້ານ IS ກໍ່ຄືເລື່ອງຂາດຂໍ້ມູນຂ່າວສານທີ່ໜ້າໄວ້ເນື້ອເຊື່ອໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ