ສະຫະປະຊາຊາດເຊີດຊູແມ່ຍິງ 3 ຄົນ ທີ່ໄດ້ຊຸກຍູ້ສິດຂອງເພດຍິງ

ສະຫະປະຊາຊາດເຊີດຊູແມ່ຍິງ 3 ຄົນ ທີ່ໄດ້ຊຸກຍູ້ສິດຂອງເພດຍິງ - ảnh 1
ປາທານາທິບໍດີ ອັກຊັງຕິນ

(ພາບ:my.opera.com)

( vovworld ) –  ​​ເນື່ອງ​ໃນ​ໂອກາດ​ວັນ​ສັງຄົມ​ຄອບ​ຟີ​ວ​ເຕີ ​ແລະ ​ໂທລະ​ຄົມ​ໂລກ ຄື​ວັນ​ທີ 17/5/2012, ສະຫະ​ປະຊາ​ຊາດຈະ​ມອບ​ລາງວັນ​ໃຫ້​ແກ່​ແມ່ຍິງ 3 ຄົນ​ທີ່​ມີ​ຄວາມ​ມານະ​ພະຍາຍາມ ​ໃນ​ການ​ຊຸກຍູ້​ເຕັກ​ໂນ​ໂລ​ຊີ​ຄອມ​ຟີ​ວ​ເຕີ ​ແລະ ​ໂທລະ​ຄົມ ​ເປັນ​ພາຫະນະ​ເພື່ອ​ມອບ​ສິດ​ກະທຳ​ໃຫ້​ແກ່​ແມ່ຍິງ. ພິທີ​ມອບ​ລາງວັນ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 16/5 ​ຈະ​ມາ​ເຖິງ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ. ສະຫະພັນ​ໂທລະ​ຄົມ​ໂລກ ຂອງ ສະຫະ​ປະຊາ​ຊາດ ປະກາດ​ວ່າ: ທ່ານ​ນາງ Cristina Fernandez De Kirchner ​ປະທານາທິບໍ​ດີ​ ອັກ​ຊັງ​ຕີນ; ທ່ານ​ນາງ Sun Yafang  ຜູ້ອຳນວຍການ​ບໍລິສັດ Huawei ຂອງ​ຈີນ ​ແລະ ທ່ານ​ນາງ Geena Davis ນັກ​ສິລະ​ປິນ​ໄດ້​ຮັບ​ລາງວັນ Oscar  ຂອງ​ອາ​ເມ​ລິ​ກາ ຈະ​ໄດ້​ຮັບ​ລາງວັນສັງຄົມ​ຄອບ​ຟີ​ວ​ເຕີ ​ແລະ ​ໂທລະ​ຄົມ​ໂລກ ຍ້ອນ​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນການ​ປະຕິວັດ digital ຊື່​ງພວມ​ດຳ​ເນີນ​ໄປ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຄອມ​ຟີ​ວ​ເຕີ ​ແລ​ະ ​ໂທລະ​ຄົມ.

ຂ່າວ/ບົດ​ອື່ນ