ສະຫະພັນລັດເຊຍ ຍາມໃດກໍ່ຖືການປັບປຸງ ແລະ ພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ

(VOVWORLD) - ທ່ານ Vladimir Titov ແບ່ງປັນຄຳເຫັນຂອງທ່ານ ເລຮ່ວາຍຈູງ ກ່ຽວກັບບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງໃນປີ 2024.
ສະຫະພັນລັດເຊຍ ຍາມໃດກໍ່ຖືການປັບປຸງ ແລະ ພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ - ảnh 1ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດ ຫວຽດນາມ ຕ້ອນຮັບທ່ານ ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov
(ພາບ: Dương Giang-TTXVN)

ຕອນບ່າຍວັນທີ 4 ມີນາ, ທີ່ສຳນັກງານຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ພວມຢ້ຽມຢາມ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມສຳມະນາຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ - ລັດເຊຍ ຄັ້ງທີ 13.

        ຊົມເຊີຍຜົນສຳເລັດຂອງ ກອງປະຊຸມສຳມະນາຍຸດທະສາດການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ - ລັດເຊຍ, ທ່ານ ເລຮ່ວາຍຈູງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຈົດຈຳການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງປະຊາຊົນ ໂຊວຽດ, ປະຊາຊົນ ລັດເຊຍ ສະຫງວນໃຫ້ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດໃນເມື່ອກອນ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດປະຈຸບັນ; ທ່ານເນັ້ນໜັກວ່າ: ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊືອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ເປັນສຳຄັນ.

        ສ່ວນທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ຢັ້ງຢືນ ລັດເຊຍ ຍາມໃດກໍ່ຖືການປັບປຸງ, ພັດທະນາການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານ Vladimir Titov ແບ່ງປັນຄຳເຫັນຂອງທ່ານ ເລຮ່ວາຍຈູງ ກ່ຽວກັບບັນດາທິດທາງ, ມາດຕະການໃຫຍ່ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພິເສດແມ່ນຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ