ສະຫະພາບອາຣັບສ້າງຕັ້ງກຳລັງກອງທັບຮ່ວມ

ສະຫະພາບອາຣັບສ້າງຕັ້ງກຳລັງກອງທັບຮ່ວມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ AL Nabil al-Arabi.
(ພາບ: AFP)

(vovworld) – ວັນ​ທີ 29/3, ທີ່ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ທີ 26 ຢູ່​ເຂດ​ພັກ​ຜ່ອ​ນ​ບຳ​ລ​ຸງ​ສຸ​ຂະ​ພາບ​ Sharm Al Sheikh ຂອງ ອີ​ຢິບ, ບັນ​ດາ​ການ​ນຳ​ສະ​ຫະ​ພາບ ອາ​ຣັບ ( AL) ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ເຫັນ​ດີ​ເຫັນ​ພ້ອມ​ສ້າງ​ຕັ້ງ​ກຳ​ລັງ​ກອງ​ທັບ​ຂອງ​ກຸ່ມ. ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ AL ​ຈະ​ໂຮ​ມ​ປະ​ຊຸມ​ໃນ​ເດືອນ 4 ຈະ​ມາ​ເຖິງ ເພື່ອ​ຄົ້ນ​ຄ້​ວາ​ວິ​ທີ​ສ້າງ​ຕັ້ງ​ກຳ​ລັງ. ຖະ​ແຫຼງ​ການ​ຮ່ວມ​ຂອງກອ​ງ​ປະ​ຊຸມ AL ກໍ່​ຮຽກ​ຮ້ອງ​ທະ​ຫານ​ກະ​ບົດ Houthi ຢູ່ Yemen ຕ້ອງ​ອອກ​ຈາກ​ນະ​ຄອນ Sanaa ໃນ​ທັນ​ທີ, ມ​ອບ​ສິດ​ບໍລິ​ຫານ​ໃຫ້​ແກ່​ລັດ​ຖະ​ບານ. ບັນ​ດາ​ປະ​ເທດ AL ເນັ້ນ​ໜັກ​​ເຖິງ: ການ​ສະ​ໜັບ​ສະ​ໜູນ​​ພັນ​ທະ​ມິດ ຕ້ານ​ທະ​ຫານ​ກະ​ບົດ Houthi ໂດຍ Saudi Arabia ນຳ​ໜ້າ. ບັ້​ນ​ຮົບ​ແຊກ​ແຊງດ້ານ​ການ​ທະ​ຫານ​ເຂົ້າ Yemen ໂດຍ Saudi Arabia ແລະ 5 ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຮ່ວມ​ມື​ເຂດ​ອ່າວ (GCC) ປຸກ​ລະ​ດົມ​ໃນ​ວັນ​ທີ 25/3 ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ Yemen.

 


ຂ່າວ/ບົດ​ອື່ນ