ສະ​ຫະສະ​ມາ​ຄົມການ​ທ່ອງ​ທ່​ຽວອິ​ນ​ໂດ​ເນ​ເຊຍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ປອດ​ໄພ

(VOVWORLD) - ວັນທີ 25 ກຸມພາ ປີ 2020, ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ (Astindo) ແລະ ບໍລິສັດຫຸ້ນສ່ວນການທ່ອງທ່ຽວ VTG ຂອງ ຫວຽດນາມ ໄດ້ຈັດຕັ້ງການສົ່ງເສີມການທ່ອງທ່ຽວໃຫ້ແກ່ບັນດາສາວິສາຫະກິດທ່ອງທ່ຽວ ອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງ ວິສາຫະກິດ ເກືອບ 100 ແຫ່ງ ທີ່ຂຶ້ນກັບ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ. 
ສະ​ຫະສະ​ມາ​ຄົມການ​ທ່ອງ​ທ່​ຽວອິ​ນ​ໂດ​ເນ​ເຊຍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ປອດ​ໄພ - ảnh 1ບໍລິສັດຫຸ້ນສ່ວນການທ່ອງທ່ຽວ VTG ຮັບເຂົ້າເປັນສະມາຊີກສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍ

ກອງປະຊຸມສຳມະນາເພື່ອແນໃສ່ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ບັນດາຜະລິດຕະພັນການທ່ອງທ່ຽວທີ່ມີຄຸນນະພາບ, ຊ່ວຍໃຫ້ບັນດາວິສາຫະກິດ  ອິນໂດເນເຊຍມີມູນມອງກ່ຽວກັບການຕະຫຼາດທ່ອງທ່ຽວ ຫວຽດນາມ. ເມື່ອຕອບສຳພາດຕໍ່ນັກຂ່າວ VOV, ທ່ານນາງ Elly Hutabarat ສະມາຊິກ ສະຫະສະມາຄົມການທ່ອງທ່ຽວ ອິນໂດເນເຊຍໃຫ້ຮູ້ວ່າ:

        ຫວຽດນາມມີບັນດາຜະລິດຕະພັນການທ່ອງທ່ຽວດີທີ່ສຸດ ດ້ວຍສະຖານທີ່ທ່ອງທ່ຽວຫຼາຍແຫ່ງ, ລາຄາກໍ່ຖືກເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ. ຊາວອິນໂດເນເຊຍ ມັກຊອກຫາບັນດາສາຖານທີ່ທ່ອງທ່ຽວໃໝ່ເພື່ອໄປທ່ອງທ່ຽວ. ພວກເຮົາແມ່ນປະເທດສະມາຊິກ ອາຊຽນຄືກັນ ແລະ ຫວຽດນາມ ກໍ່ບໍ່ໄດ້ຢູ່ຫ່າງໄກກັບ ອິນໂດເນເຊຍ, ພວກເຮົາບໍ່ຕ້ອງ ຂໍວີຊາເພື່ອໄປທ່ອງທ່ຽວ. ເພາະສະນັ້ນ, ພວກເຮົາອາດເພີ່ມທະວີການໂຄສະນາເຜີຍແຜ່ເພື່ອຍົກຈຳນວນແຂກທ່ອງທ່ຽວ ສອງປະເທດຂຶ້ນເຕື່ມ. ໃນສະພາບການທີ່ ໂລກລະບາດ Covid 19 ພວມມີການຜັນແປຢ່າງສັບສົນ, ມາຮອດປັດຈຸບັນ, ຫວຽດນາມຍັງແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ