ສະ​ເຫຼີ​ມ ສະຫຼອງ 62 ປີ ​ແຫ່ງ​ວັນ​ມູນ​ເຊື້ອນັກຮຽນ, ​ນັກ​ສຶກສາ

ຕອນ​ຄໍ່າ​ວັນ​ທີ 8 ມັງກອນ, ​ໃນ​ຂອບ​ເຂດ​ລາຍການ Festival ນະຄອນຫຼວງຮ່າ​ໂນ້ຍ ຄັ້ງ​ທີ 2, ຄະນະ​ຊາວ​ໜຸ່ມກອມ​ມູນິດໂຮ່ຈິ​ມິນນະຄອນຮ່າ​ໂນ້ຍ​ ໄດ້​ຈັດ​ງານ​ໂຮມຊຸມນຸມມິດ​ຕິງ​ສະ​ເຫຼີ​ມ ສະຫຼອງ 62 ປີ ​ແຫ່ງ​ວັນ​ມູນ​ເຊື້ອນັກຮຽນ, ​ນັກ​ສຶກສາ ( ຄື​ວັນ​ທີ 9 ມັງກອນ ). ໃນ​ພິທີ​ມິດ​ຕິງ, ທ່ານ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນຮ່າ​ໂນ້ຍ ງໍ້​ຢູຍຫຽວໄດ້​ຢືນຢັນ​ວ່າ, ຜ່ານ 62 ປີແຫ່ງ​ການ​ກໍ່ສ້າງ ​ແລະ ​ເຕີບ​ໃຫຍ່, ຂະ​ບວນການ​ຂອງນັກຮຽນ, ນັກ​ສຶກສາຫວຽດນາມເວົ້າ​ລວມ ​ແລະ ນັກຮຽນ, ນັກ​ສຶກສານະຄອນຫຼວງ​ເວົ້າ​ສະ​ເພາະ ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ສືບ​ທອດມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ຂອງ​ລຸ້ນພໍ່ລຸ້ນອ້າຍ​. ທ່ານງໍ້​ຢູຍຫຽວ ​ໃຫ້​ຮູ້​ວ່າ, ​ໃນ​ໂອກາດ​ນີ້​ຄະນະ​ຊາວ​ໜຸ່ມຮ່າ​ໂນ້ຍໄດ້​ປຸກລະດົ​ມຂະ​ບວນການ​ແຂ່ງ​ຂັນ​ມຸ່ງ​ໄປ​ສູ່ກອງ​ປະຊຸມ​ໃຫຍ່​ຄະນະ​ຊາວ​ໜຸ່ມກອມ​ມູນິດ​ໂຮ່ຈິ​ມິນ​ຂັ້ນຕ່າງໆ ​ແລະ ປີ​ແຫ່ງ​ຄວາມປອ​ດ​ໄພ​ທາງ​ຄົມມະນາຄົມ 2012. ທ່ານງໍ້​ຢູຍຫຽວ​ເວົ້າວ່າ:“ ​ໃນ​ບັ້ນແຂ່ງ​ຂັນຄັ້ງ​ນີ້, ຊາວ​ໜຸ່ມ​ນະຄອນຫຼວງ​ໄດ້​ເຂົ້າ​ຮ່ວມ​ການ​ຮັກ​ສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ຄົມ​ມະ​ຄົມ. ທີ 2 ​ແມ່ນ, ຄະນະ​ຊາວ​ໜຸ່ມ​ຈະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພ້ອມ​ກັນ​ນັ້ນ​ກໍ່​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ບັນດາຄອບຄົວ​ທຸກ​ຍາກ​. ພວກ​ຂ້າ​ພະ​​ເຈົ້າກໍ່​ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ​ຂອງ​ອົງການຈັດ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ພື້ນຖານ, ປ່ຽນ​ໃໝ່​ວຽກ​ງານ​ການສຶກສາ​ກ່ຽວ​ກັບ​ວັດທະນະທຳ, ຄຸນ​ສົມບັດ, ປະຫວັດ​ສາດ​ທີ່​ເປັນ​ມູນ​ເຊື້​ອ ​ແລະ ພິ​ເ​ສດ​ແມ່ນ​​ແນວ​ຄິດ​ດ້ານ​ການ​ເມືອງ​ໃຫ້​ແກ່​ສະ​ມາ​ຊິກຊາວ​ໜຸ່ມ​ເຍົາວະ​ຊົນ ”.

        ຢູ່​ທີ່​ພິທີ່, ຄະນະ​ຊາວ​ໜຸ່ມຮ່າ​ໂນ້ຍ ​ໄດ້ຍ້ອງຍໍ​ສັນລະ​ເສີນ​ພະນັກງານ​ສະມາຄົມ​ນັກ​ສຶກສາ​​ເກັ່ງສົກຮຽນ 2010 - 2011 ​ໃຫ້​ແກ່ 35 ຄົນ ​ແລະ ມອບ​ນາມມະຍົດ​ນັກ​ສຶກສາ​ນະຄອນຫຼວງຊຸດ​ສະ​​ໄໝ​ໃໝ່​ໃຫ້​ແກ່ 105 ​ບຸກຄົນ​ທີ່​ດີ​ເດັ່ນ .

ຂ່າວ/ບົດ​ອື່ນ