ສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດທ່ານຫງວຽນດຶກແກງ

(VOVWORLD) - ວັນທີ 2 ກຸມພາ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງ ທ໋າຍບິ່ງ
ສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດທ່ານຫງວຽນດຶກແກງ - ảnh 1 ພິທີສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດ     ທ່ານ ຫງວຽນດຶກແກງ

ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດ     ທ່ານ ຫງວຽນດຶກແກງ

( ວັນທີ 2 ກຸມພາ 1908 ຫາວັນທີ 2 ກຸມພາ 2018 ), ເຊິ່ງແມ່ນນັກຮົບທີ່ມີຄວາມຈົ່ງຮັກພັກດີ, ອົງອາດກ້າຫານບໍ່ຍອມຈຳນົນ, ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອ ພາລະກິດປະຕິວັດຂອງພັກ, ຂອງຊາດ. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ.

        ອ່ານສູນທອນພົດສະເຫຼີມສະຫຼອງ, ທ່ານເລຂາພັກແຂວງ ທ໋າຍບິ່ງ ຟ້າມວັນສິງ ໄດ້ຫວນຄືນຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງທ່ານ ຫງວຽນດຶກແກງ ແລະ ເນັ້ນໜັກວ່າ: ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ ມີຄວາມມຸ່ງມາດປາຖະໜາ, ມານະພະຍາຍາມສູ້ຊົນຮ່ຳຮຽນເອົາແບບຢ່າງ ເສຍສະຫຼະຕະຫຼອດຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ພ້ອມກັນນັ້ນ ກໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງພັກຄອມມູນິດຫວຽດນາມ, ປະເທດຊາດ, ບ້ານເກີດເມືອງນອນ, ເພີ່ມທະວີຄວາມສາມັກຄີ, ຄວາມມານະພະຍາຍາມ, ມີຫົວຄິດປະດິດສ້າງດ້ວຍນ້ຳໃຈປະຕິວັດ, ເສີມຂະຫຍາຍທຸກຄວາມສາມາດບົ່ມຊ້ອນ, ທ່າແຮງ, ສູ້ຊົນສ້າງແຂວງ ທ໋າຍບິ່ງ ໃຫ້ພັດທະນາແບບຍືນຍົງ, ຮັ່ງມີສວຍງາມ ແລະ ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ