ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈິມິນ ລົງຢ້ຽມຢາມວິຫານຮຸ່ງ

ສະເຫຼີມສະຫຼອງ 60 ປີແຫ່ງວັນປະທານໂຮ່ຈິມິນ ລົງຢ້ຽມຢາມວິຫານຮຸ່ງ - ảnh 1
ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ
ຖະ​ຫວາຍທູ​ບທຽນບູຊາອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ
(ພາບ: vietnamplus.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 19/09, ຢູ່​ແຂວງ ຟຸທໍ້, ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມິນ ລົງຢ້ຽມຢາມວິຫານ​ຮຸ່ງ ​ແລະ 45 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ພິ​​ໄນ​ກຳ​ຂອງ​​ເພີ່ນ. ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ບັນດາ​ຜູ້​​ແທນ​ສູນ​ກາງພັກ ​ແລະ ​ແຂວງ​ຟຸທໍ້ ​ໄດ້​ຖະ​ຫວາຍດອກ​ໄມ້, ທູ​ບທຽນ ບູຊາອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ ​ແລະ ບັນດາ​ຄົນ​ລຸ່ນກອນ​ທີ່​​ໄດ້​ສ້າງສາ​ປະ​ເທດ​ຊາດ, ອວຍພອນ​ປະ​ເທດ​ຊາດ​ໃຫ້​ວັດທະນາ​ຖາວອນ, ປະຊາ​ຊົນ​ມີ​ຄວາມ​ຜາ​ສຸກ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ.

   “​​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ໃນ​ຈິດ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ​ແຕ່​ລະ​ຄົນ, ບັນດາ​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນບັນພະບຸລຸດຂອງ​ຊາດ​ຫວຽດນາມ. ຄຸນ​ງາມ​ຄວາມ​ດີສ້າງສາ​ປະ​ເທດ​ຊາດ​ຂອງ​ເຈົ້າ​ຊີວິດ​ຮຸ່ງ ກໍ່ໄດ້​ຮັບ​ການ​ຈາ​ລຶກກຈາກ​ຊາວ​ຫວຽດນາມຕະຫຼອດ​ກາລະ​ນານ. ວິຫານ​ຮຸ່ງ ​ແລະ ການ​ເຊື່ອ​ຖື​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ແມ່ນ​ສີສັນ​ວັດທະນະທຳ, ​ແມ່ນ​ຫຼັກສິນ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ​, ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ບອກ​ສອນ, ​ຕັກ​ເຕືອນ, ເຊື່ອມ​ຕໍ່, ປັບປຸງ​ຄວາມ​ສາມັກຄີ, ຄວາມ​ຮັກ​ມະນຸດ​ຂອງ​ຊາດ​ຫວຽດນາມ, ບັນດາ​ຜູ້​ທີ່​ຮ່ວມ​ກົກ​ເຄົ້າ​ເຫງົ້າ​ກໍດຽວ​ກັນ”.

        ຫວນ​ຄືນ​ຄຳ​ສັ່ງສອນ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ມີ​ຕໍ່​ພະນັກງານ, ນັກຮົບກອງ​ພົນ​​ໃຫຍ່ນຳ​ໜ້າ ກ່ອນ​ທີ່​ກັບ​ມາ​ຮັບ​ໜ້າ​ທີ່​ຄຸ້ມ​ຄອງ ຮ່າ​ໂນ້ຍ ວ່າ “ບັນດາ​ເຈົ້າ​ຊີ​ວິດ​ຮຸ່ງ ມີຄຸນ​ງາມ​ຄວາມ​ດີ​ໃນ​ການສ້າງສາ​ປະ​ເທດ​ຊາດ, ພວກ​ເຮົາຕ້ອງ​ພ້ອມ​ກັນ​ຮັກສາ​ປະ​ເທດຊາດ”, ຢູ່​ເຂດ​ດິນ​ແດນ​ວິຫານ​ຮຸ່ງ ທີ່​ສັກສິດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກ່າວ​ເຕືອນ​​ເຖິງ​ໜ້າ​ທີ່​ຮັບຜິດຊອບ​ໃນ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ.

ຂ່າວ/ບົດ​ອື່ນ