ສະເຫຼີມສະຫຼອງ 74 ປີ ແຫ່ງວັນໄຊຊະນະ ຟາດຊິດ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີ ແຫ່ງວັນໄຊຊະນະ ຟາດຊິດ ຄື ວັນທີ 09 ພຶດສະພາ 1945 – 09 ພຶດສະພາ 2019, ໃນຊຸມວັນເດືອນພຶດສະພານີ້, ໄດ້ມີການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຢູ່ບັນດາປະເທດໃນໂລກ.

ນີ້ແມ່ນໂອກາດເພື່ອໃຫ້ມວນມະນຸດເອກອ້າງທະນົງໃຈຕໍ່ໄຊຊະນະດັ່ງກ່າວ, ອາໄລຫາຜູ້ທີ່ເສຍສະຫຼະຊີວິດໃນສົງຄາມທີ່ໂຫດຮ້າຍປ່າເຖື່ອນທີ່ສຸດໃນປະຫວັດສາດຂອງມວນມະນຸດ, ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ທີ່ນໍາມາເຊິ່ງພື້ນຖານສັນຕິພາບໃຫ້ແກ່ໂລກ, ພ້ອມທັງຕັກເຕືອນມວນມະນຸດກ່ຽວກັບໂທດກໍາອັນຊົ່ວຮ້າຍຂອງລັດທິຟາດຊິດ, ຮຽກຮ້ອງໃຫ້ມີສະຕິຕື່ນຕົວ, ທໍາລາຍຕົ້ນກໍາເນີດກໍ່ທີ່ກໍ່ໃຫ້ເກີດ ຫຼື ການຂະຫຍາຍຕົວຂອງແນວຄວາມຄິດ ຟາດຊິດໃນໂລກປັດຈຸບັນ.

        ຢູ່ລັດເຊຍ, ວັນທີ 9 ພຶດສະພາ, ໄດ້ດໍາເນີນພິທີສະເຫຼີມສະຫຼອງ 74 ປີ ແຫ່ງວັນໄຊຊະນະຟາດຊິດ, ສິ້ນສຸດສົງຄາມໂລກຄັ້ງທີ 2. ນີ້ແມ່ນໜຶ່ງໃນບັນດາເຫດການສໍາຄັນທີ່ສຸດຂອງ ລັດເຊຍ ແລະ ຖືກຈັດຂຶ້ນປະຈໍາປີ. ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ເຂົາເຈົ້າໄດ້ປະດັບປະດານະຄອນຫຼວງມົດສະກູ ດ້ວຍດອກ Tulips ປະມານ 12,5 ລ້ານດອກ ພ້ອມກັບບັນດາໂປດສະເຕີ ແລະ ປ້າຍຄໍາຂວັນ ເປັນຈໍານວນຫຼວງຫຼາຍ. ນອກຈາກນັ້ນ, ລາຍການຍິງບັ້ງໄຟດອກທີ່ເປັນມູນເຊື້ອ ກໍໄດ້ຈັດຂຶ້ນຢູ່ໂນນພູ Poklonnaya ເຊິ່ງເປັນສະຖານທີ່ເກັບຮັກສາອະນຸສອນກ່ຽວກັບຜູ້ທີ່ອຸທິດທັງຊີວິດຂອງຕົນເພື່ອປົກປັກຮັກສາປະເທດຊາດ.

ໂດຍໄດ້ກາຍເປັນປະເພນີແລ້ວ ນັບແຕ່ປີ 1996 ເປັນຕົ້ນມາ, ວັນທີ 09 ພຶດສະພາ ຂອງທຸກໆປີ, ປະເທດລັດເຊຍ ລ້ວນແຕ່ຈັດຕັ້ງລາຍການເຄື່ອນໄຫວສະເຫຼີມສະຫຼອງ ໄຊຊະນະລັດທິຟາດຊິດ ດ້ວຍພິທີເດີນຂະບວນສວນສະໜາມຢູ່ຈະຕຸລັດແດງ ເພື່ອ “ເຊີດຊູໄຊຊະນະຂອງປະເທດ ໂຊວຽດ ໃນສົງຄາມປົກປັກຮັກສາປະເທດ 1941 – 1945”. ວັນທີ 9 ພຶດສະພາ ປີນີ້, ພິທີເດີນຂະບວນສວນສະໜາມຖືກຈັດຂຶ້ນຢູ່ທຸກນະຄອນທີ່ຖືໄດ້ຮັບນາມມະຍົດວ່າ ເປັນນະຄອນວິລະຊົນ ກໍຄືຢູ່ບັນດານະຄອນທີ່ມີກອງບັນຊາການທະຫານ ສະຫະພັນ ລັດເຊຍ ຕັ້ງທັບຢູ່. ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງສານອວຍພອນເຖິງການນໍາບັນດາປະເທດ ປະຊາຄົມບັນດາປະເທດເອກະລາດ ແລະ ປະຊາຊົນ ຈໍເຈຍ ແລະ ຢູແກຼນ.

        ເນື່ອງໃນໂອກາດນີ້, ວັນທີ 08 ພຶດສະພາ, ປະຊາຄົມຊາວຫວຽດນາມ ຢູ່ນະຄອນ Saint – Petersburg ກໍໄດ້ຈັດຕັ້ງພິທີວາງພວງມາລາ ເພື່ອອາໄລຫາບັນດານັກຮົບວິລະຊົນ ແລະ ປະຊາຊົນລັດເຊຍ ທີ່ໄດ້ເສຍສະຫຼະຊີວິດໃນສົງຄາມ ປົກປັກຮັກສາປະເທດ 1941 – 1945   ແລະ ສົງຄາມໂລກ ຄັ້ງທີ 2 1939 – 1945.

ຕອບກັບ

ຂ່າວ/ບົດ​ອື່ນ