ສະເຫຼີມສະຫຼອງ 82 ປີແຫ່ງວັນ ສ້າງຕັ້ງພັກອມ ມູນິດ ຫວຽດນາມ

ຕອນ​ເຊົ້າວັນ​ທີ 1/2, ຢູ່​ນະຄອນ​ໂຮ່ຈິ​ມິນ, ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 82 ປີ​ແຫ່ງ​ວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຫວຽດນາມ (3/2/1930-3/2/2012) ​ແລະ​ພິທີ​ມອບ​ບັນດາ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ​ລັດ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລ​ແທງ​ຫາຍ ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ​ ໄດ້​ທົບ​ທວນຄືນ​ເສັ້ນທາງ​ແຫ່ງ​ປະຫວັດສາດ​ອັນ​ສະຫງ່າ​ອົງອາດ​ຂອງພັກ​ກອມ​ມູນິດ​ຫວຽດນາມ​ໃນ 82 ປີ​ທີ່​ຜ່ານ​ມາ. ນັບ​ແຕ່​ມີ​ການ​ຊີ້​ນຳ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ປະທານ​ໂຮ່ຈິ​ມິນ​ເປັນ​ຜູ້​ສ້າງຕັ້ງ ​ແລ​ະ​ຝຶກ​ຝົນ​ຫຼໍ່​ຫຼອມ, ປະຊາຊົນ​ຫວຽດນາມ​ ມີ​ການນຳ​ຜູ້​ສະຫຼາດສ່ອງ​ໃສ, ​ໄດ້​ດຳ​ເນີນ​ການ​ຕໍ່ສູ້​ປະຕິວັດ​ອັນ​ຍາວ​ນານ, ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ​ນາໆ​ປະການ, ຍາດ​ໄດ້​ໄຊຊະນະ​ອັນ​ໃຫ່ຍຫຼວງ, ປົດ​ປ່ອຍຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ຫວຽດນາມ​ບັນລຸ​ໄດ້ຜົນ​ງານຫຼາຍຢ່າງ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່, ດຳ​ເນີນ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ ​ແລະ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ​ໂດຍ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ການຍີ່​ງ​ໃຫ່ຍຂອງ​ພັກ​ໃນ 82 ປີຜ່ານມາ, ອົງຄະ​ນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ຍາມ​ໃດ​ກໍ​ທຳ​ການ​ຕໍ່ສູ້​​ປະຕິວັດ​ຢ່າງ​ພິລາດ​ອາດ​ຫານ, ປະກອບສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍາດ​ໄດ້​ໄຊຊະນະ​ອັນ​ສະຫງ່າ​ລາສີ​ໃນ​ບັນດາ​ໄລຍະ​ການ​ປະຕິວັດ​ກໍ​ຄື​ໃນ​ພາລະກິດ​ສ້າງສາ, ປົກ​ປັກ​ຮັກສາ​ນະຄອນ ​ແລະ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ​ເລ​ແທງ​ຫາຍ​ເວົ້າວ່າ:  “ກ້າວ​ເຂົ້າສູ່​ປີ  2012, ປະ​ເທດ​ຊາດ, ນະຄອນ, ຍັງ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ຫຍຸ້ງຍາກຫຼາຍຢ່າງ, ການ​ທ້າ​ທາຍ​ນາໆ​ປະການ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ຜົນ​ງານທີ່​ບັນລຸ​ໄດ້ ​ແລະ​ບົດຮຽນ​ຕົວ​ຈິງ​ ໄດ້​ສ້າງ​ເປັນຄວາມ​ສາມາດ​ເພື່ອ​ໃຫ້​ພວກ ເຮົາ​ຜ່ານ​ຜ່າ ​ແລະ​ກ້າວ​ຂຶ້ນ. ພວກ​ເຣົາມີ​ຄວາມ​ເຊື່ອໝັ້ນ​ໃໝ່, ຄວາມ​ຕັດສິນ​ໃຈ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ມະຕິ​ຂອງ​ພັກ​ໄດ້​ຫັນ​ເປັນ​ລະອຽດ ​ແລະ​ກ້າວ​ເຂົ້າສູ່​ຊີວິດ​ຕົວ​ຈິງ. ໜ້າ​ທີ່​ຂອງ​ອົງຄະ​ນະ​ພັກ ​ແລະ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ​ແມ່ນ​ອອກ​ແຮງ​ສຸມ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ໄດ້​ວາງ​ອອກ​​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ​ສັງຄົມ, ກໍ່ສ້າງ​ພັກ, ວັດທະນະທຳ…. ຢ່າງ​ຂ້ຽວຂາດ.

ຂ່າວ/ບົດ​ອື່ນ