ສະເຫຼີມສະຫຼອງວັນສາກົນສາມັກຄີກັບປະຊາຊົນປາແລດສະຕິນ

(VOVWORLD) -ວັນທີ 07 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ໄດ້ສົມທົບກັບສະຖານທູດລັດປາແລດສະຕິນ ປະຈຳຫວຽດນາມ, ຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສະຕິນ ແລະ ສະມາຄົມມິດຕະພາບຫວຽດນາມ - ປາແລດສະຕິນນະຄອນຮ່າໂນ້ຍ ຈັດພິທີສະເຫຼີມສະຫຼອງ ແລະ ສາຍຮູບເງົາ ເນື່ອງໃນໂອກາດວັນສາກົນສາມັກຄີກັບປະຊາຊົນປາແລດສະຕິນ (29 ພະຈິກ).

ສະເຫຼີມສະຫຼອງວັນສາກົນສາມັກຄີກັບປະຊາຊົນປາແລດສະຕິນ - ảnh 1 ທ່ານ Saadi Salama, ເອກອັກຄະລັດຖະທູດປາແລດສະຕິນ ປະຈຳຫວຽດນາມ

(ພາບ: TTXVN)

ທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຮ່ແອງຢຸງ, ປະທານຄະນະກຳມະການຫວຽດນາມ ສາມັກຄີກັບປະຊາຊົນປາແລດສະຕິນ ໄດ້ອ່ານຈົດໝາຍອວຍພອນຂອງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ: ໃນຈົດໝາຍທ່ານປະທານປະເທດເຈີ່ນດ້າຍກວ້າງ ຊີ້ແຈ້ງວ່າ: ຫວຽດນາມ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງປາແລດສະຕິນ ເຂົ້າໃນວຽກງານລວມຂອງສະຫະປະຊາຊາດ ນັບແຕ່ເມື່ອໄດ້ມອບລະບຽບລັດສັງເກດການປອດສະມາຊິກຂອງສະຫະປະຊາຊາດປີ 2012 ແລະ ປາດຖະໜາວ່າ ປາແລດສະຕິນ ຈະກາຍເປັນປະເທດສະມາຊິກສົມບູນຂອງອົງການສຳຄັນດັ່ງກ່າວໂດຍໄວ. ລັດ ແລະ ປະຊາຊົນຫວຽດນາມ ສືບຕໍ່ຢືນຢັນສະໜັບສະໜູນພາລະກິດເປັນທຳຂອງປະຊາຊົນປາແລດສະຕິນ ໃນພາລະກິດຕໍ່ສູ້ເພື່ອບັນດາສິດຂອງຊາດຕົນໂດຍພື້ນຖານຢ່າງສະເໝີຕົ້ນສະເໝີປາຍ.

        ກ່າວຄຳເຫັນທີ່ພິທີ, ທ່ານ Saadi Salama, ເອກອັກຄະລັດຖະທູດປາແລດສະຕິນ ປະຈຳຫວຽດນາມ ໄດ້ຝາກຄຳຂອບໃຈຢ່າງຈິງໃຈເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ ຍ້ອນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ມີຕໍ່ພາລະກິດຕໍ່ສູ້ຂອງປາແລດສະຕິນ ເພື່ອບັນດາສິດຊົນຊາດໂດຍພື້ນຖານ.

        ເນື່ອງໃນໂອກາດນີ້, ກໍ່ໄດ້ສາຍຮູບເງົາເອກະສານ “ນີ້ແມ່ນປາແລດສະຕິນ”, ຜ່ານນັ້ນ ຜູ້ຊົມຈະມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ປະເທດຊາດ ແລະ ຊາວ ປາແລດສະຕິນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ