ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ສີລັງກາ

ສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຢູ່ສີລັງກາ - ảnh 1
ພິທີສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ
(ພາບ: ສະຖານທູດ​ຫວຽດນາມ, ປະຈຳ ສີ​ລັງກາ)


(vovworld) -     ​ວັນ​ທີ 27/01, ສະຖານທູດ​ຫວຽດນາມ, ປະຈຳ ສີ​ລັງກາ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 83 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ ຢ່າງ​ສົມ​ກຽດ (03/02/1930 – 03/02/2013). ກ່າວ​ຄຳ​ເຫັນ​ໄຂ​ພິທີ, ​ເອກ​ອັກຄະ​ລັດຖະທູດ ປະຈຳ​ສີ​ລັງກາ ຕົນ​ຊິງ​ແທ່ງ ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ວັນ​ທີ 03/02/1930 ສຳລັບ​ປະຊາຊົນ​ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ການ​ນຳສີ​ລັງກາ ລຸ່ນຕ່າງໆ, ກຳລັງ​ຝ່າຍ​ຊ້າຍ ​ແລະ ປະຊາຊົນ​ສີ​ລັງກາ ທີ່​ມີ​ຕໍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ພາລະກິດ​ຕໍ່​ສູ້​ເພື່ອ​ເອກະລາດ​​ແຫ່ງ​ຊາດ ​ແລະ ວິວັດ​ການ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມຢູ່​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເ​ຊື່​​ອໝັ້ນ​ວ່າສາຍ​ພົວພັນ​ມິດຕະພາບ ​ແລະ ​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ສີ​ລັງກາ ຈະ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ໃນ​ທຸກ​ດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ປະທານ​ພັກ​ກອມ​ມູນິດ​ສີ​ລັງກາ Raja Collure ຢືນຢັນ​ວ່າ ບັນດາ​ຜົນງານ​ທີ່​ສະຫງ່າ​ລາສີ​ໃນ​ຕະຫຼອດ 83 ປີ​ແຫ່ງ​ການສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ຕໍ່​ຊາດ​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ສົ່ງ​ຜົນ​ສະທ​້ອນຢ່າງ​ກວ້າ​ງຂວາງ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ