ສ້າງ​ຕັ​້ງ​ຄະ​ນະ​ຊີ້ນ​ຳ​ແຫ່ງ​ຊາດ ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ຄຳ​ໝັ້​ນ​ສັ​ນຍ​າ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້​າ​ອາ​ກາດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ເຊັນ ຂໍ້ຕົກລົງວ່າດ້ວຍການ ສ້າງຕັ້ງຄະນະຊີ້ນຳແຫ່ງຊາດ ຜັນຂະຫຍາຍການປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫົວໜ້າຄະນະ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ເປັນຮອງຫົວໜ້າຄະນະ.
ສ້າງ​ຕັ​້ງ​ຄະ​ນະ​ຊີ້ນ​ຳ​ແຫ່ງ​ຊາດ ຜັນ​ຂະ​ຫຍາຍ​ການປະ​ຕິ​ບັດ​ຄຳ​ໝັ້​ນ​ສັ​ນຍ​າ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້​າ​ອາ​ກາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ COP26 (ພາບ:TTXVN)

ຄະນະຊີ້ນຳນີ້ແມ່ນອົງການຈັດຕັ້ງສົມທົບກັນລະຫວ່າງຂະແໜງການ, ມີໜ້າທີ່ຊີ້ນຳ, ປະສານງານຊ່ວຍລັດຖະບານ, ນາຍົກລັດຖະມົນຕີຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26; ຊ່ວຍລັດຖະບານ, ນາຍົກລັດຖະມົນຕີໃນການເພີ່ມທະວີ, ປະສານງານບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມມືພັດທະນາ ແລະ ບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ກໍ່ໃຫ້ຄຳຊີ້ນຳສຳຫຼວດກວດກາ, ສ້າງບັນດາກົນໄກ, ນະໂຍບາຍ, ກົດໝາຍ, ຍຸດທະສາດ, ແຜນຜັງໃຫ້ສົມບູນແບບ ແລະ ຄົບຊຸດ, ຊຸກຍູ້ການປະຕິບັດ ລະບຽບລະບອບ ການບໍລິຫານເພື່ອສ້າງສະພາບແວດລ້ອມທີ່ສະດວກ, ເປັນເຈົ້າການຍາດແຍ່ງເອົາກາລະໂອກາດການໜູນຊ່ວຍດ້ານການເງິນ, ເຕັກໂນໂລຊີ ແລະ ດຶງດູດກະແສເງິນລົງທຶນ ເຂົ້າພື້ນຖານໂຄງລ່າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນຮູບແບບການພັດທະນາ ແລະ ຫັນປ່ຽນພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ