ສ້າງຕັ້ງສະມາຄົນມິດຕະພາບຍີ່ປຸ່ນຫວຽດນາມເຂດHokuriku,ຍີ່ປຸ່ນ

ສ້າງຕັ້ງສະມາຄົນມິດຕະພາບຍີ່ປຸ່ນຫວຽດນາມເຂດHokuriku,ຍີ່ປຸ່ນ - ảnh 1
ພິທີ​ສະ​ເໝີ​ຕົວ​ສະມາ​ຄົນ​ມິດຕະພາບ
ຍີ່ປຸ່ນ - ຫວຽດນາມ ​ເຂດ Hokuriku
(ພາບ: vietnam+)

(vovworld) –​ ວັນ​ທີ 14/10, ຢູ່​ນະຄອນ Toyama ຍີ່ປຸ່ນ, ​ໄດ້ດຳ​ເນີນ​ພິທີ​ສະ​ເໝີ​ຕົວ​ສະມາ​ຄົນ​ມິດຕະພາບ ຍີ່ປຸ່ນ - ຫວຽດນາມ ​ເຂດ Hokuriku. ສະມາຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ ດ້ວຍ​ຈຸດໝາຍ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ພົບ​ປະ​ແລກປ່ຽນ ​ແລະ ຮ່ວມ​ມື​ລະຫວ່າງ​ເຂດ Hokuriku ​ແລະ ຍີ່​ປຸ່ນ ກັບ ຫວຽດນາມ, ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຮ່ວມ​ມື​ກ່ຽວ​ກັບ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ​ແລກປ່ຽນ​ວັດ​ທະນະ​ທຳ, ການ​ສຶກສາ, ບ​ຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ. ​ເຂົ້າ​ຮ່ວມ​ສະມາຄົມ​ມິດຕະພາບ​ແມ່ນ​ບັນດາ​ວິ​ສາ​ຫະກິດ, ນັກ​ການ​ເມືອງ, ນັກຮຽນ​ຮູ້ ​ແລະ ປະ​ຊາ​ຊົນ ຍີ່​ປຸ່ນ, ​ໃນ​ນັ້ນ ​ແກ່ນສານ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ເຂດ Hokuriku ພວມ​​ລົງທຶນ ​ແລະ ​​ມີ​ຄວາມ​ສົນ​ໃຈ​ເຖິງການດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ​ໃນ​ກາງ​ເດືອນ 11, ຄະນະ​ຜູ້​ແທນ​ລວມປະມານ 15 ຄົນ​, ​ໃນ​ນັ້ນ​ມີ​ນັກ​ສຶກສາ​ຂະ​ແໜງກະສິກຳ​ຫລາຍ​ຄົນ ​ໂດຍ​ທ່ານ Sakurai Morio ​ເຈົ້າ​ຄອງ​ນະຄອນ Oyabe ຂຶ້ນກັບ​ແຂວງ Toyama ​​ເປັນ​ສະມາຊິກ​ສະມາຄົມ​ມິດຕະພາບ ມາ​ຢ້ຽມຢາມ, ຊອກ​ຮູ້ ​ແລະ ພົບ​ປະ​ແລກປ່ຽນຢູ່​ແຂວງ ​ແທງ​ຮ໋ວາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຄັ້ງທຳ​ອິດ​ຂອງ​ສະມາຄົມ​ມິດຕະພາບ​ເຂດ Hokuriku ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງທາງ​ສະມາຄົມ​ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ກັບ​ ຫວຽດນາມ.

ຂ່າວ/ບົດ​ອື່ນ