ສ້າງນະໂຍບາຍບຸລິມະສິດເພື່ອດຶງດູດການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ ຄົມມະນາຄົມ

ສ້າງນະໂຍບາຍບຸລິມະສິດເພື່ອດຶງດູດການລົງທຶນ ກໍ່ສ້າງພື້ນຖານໂຄງລ່າງ ຄົມມະນາຄົມ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Đức Tám – TTXVN)


(vovworld) – ວັນ​ທີ 9/1, ​ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013, ປຶກສາ​ຫາລື​ແຜນການ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ຂອງ​ຂະ​ແໜງ​ຄົມມະນາຄົມ​ຂົນ​ສົ່ງ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ໄດ້ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ດີ​ເດັ່ນ​ເຊິ່ງຂະ​ແໜງ​ຄົມ​ມະ​ນາ​ຄົມຂົນສົ່ງ​ບັນ​ລຸ​ໄດ້​ໃນ​ປີຜ່ານມາ, ພິ​ເສດ​ແມ່ນ​ການ​ຄວບ​ຄຸມ, ຫລຸດຜ່ອນ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​​ເຈັບ​ຍ້ອນ​ອຸປະຕິ​ເຫດ​ຄົມມະນາຄົມ. ປີ 2014, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ກະຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ, ຈຳກັດ​ຄວາມ​ອ່ອນ​ດ້ອຍ, ຍົກ​ສູງ​ຜົນ​ສັກສິດ, ສ້າງ​ລະບອບ​, ກົນ​ໄກໃຫ້​ສົມ​ບູນ​ແບບ,  ​ຕິດ​ພັນ​ກັບ​ການ​ເພີ່ມ​ທະວີ​ການກວດກາ​ເພື່ອ​ປະຕິບັດ​ໜ້າ​ທີ່​ຊຶ່ງໄດ້​ຮັບ​ມອບ​ໝາຍ​ໃຫ້ດີ​ກ່ວາ​ອີກ. ກວດກາ​ຄືນ​ບັນດາ​ເອກະສານ​ເພື່ອ​ຄຸ້ມ​ຄອງ, ​ເພື່ອ​ຈຳກັດສະພາບ​ລົດ​ຕິດ, ອຸບັດຕິ​ເຫດ​ຄົມ​ມະ​ນາ​ຄົມ​ທັງ​ທາງບົກ, ທາງລົດ​ໄຟ, ທາງ​ນ້ຳ ​ແລະ ທາງ​ອາກາດ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ຄວນ​ສືບ​ຕໍ່​ມີ​ກົນ​ໄກ​ນະ​ໂຍບາຍ​ດຶງ​ດູດ​​ເງິນ​ລົງທຶນ​ກໍ່ສ້າງ​ບັນດາ​ໂຄງການ​ພື້ນຖານ​ໂຄ​ລ່າງ, ປຸກລະດົມ​ກຳລັງ​ແຮງຂອງ​ປະຊາຊົນ​ເພື່ອ​ກໍ່ສ້າງທາງ​ຄົມ​ມະ​ນາ​ຄົມ​ຊົນນະບົດ.​.​.​ ພິ​ເສດ​ແມ່ນ​ສຸມ​ໃສ່​ຄຸນ​ນະພາ​ບກິດຈະກຳ​ຄົມມະນາຄົມ.

ຂ່າວ/ບົດ​ອື່ນ