ສ້າງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ສະ​ແດງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ

(VOVWORLD) - ເມື່ອສິ້ນສຸດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 12 ກັນຍາ, ຢູ່ສອງສະຖານທີ່ຖ່າຍທອດສົດຮ່າໂນ້ຍຂອງ ຫວຽດນາມ ແລະ ຈາກາຕາ ປະເທດ ອິນໂດເນເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວກ່ຽວກັບໝາກຜົນຂອງກອງປະຊຸມ.
ສ້າງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ສະ​ແດງ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ - ảnh 1  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ເປັນປະທານກອງປະຊຸມຖະແຫຼງຂ່າວ ຢູ່ສະຖານທີ່ຖ່າຍທອດສົດທີ່ຮ່າໂນ້ຍ (ພາບ: TTXVN)

            ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ. ເປັນໜ້າສົນໃຈແມ່ນ ແຈ້ງການຮ່ວມຂອງກອງປະຊຸມ AMM 53, ແຜນການກະທຳຮ່າໂນ້ຍ 2 ຂອງເວທີປາໄສພາກພື້ນ ອາຊຽນ. ບັນດາປະເທດໄດ້ເຫັນດີຕໍ່ບັນດາຄຂໍ້ສະເໜີຂອງຫວຽດນາມ ໃນນັ້ນ, ຢູ່ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມ 10 ຂໍ້ ແລະ ໄດ້ຮັບການຮັບຮອງເອົາຄື: ຖະແຫຼງການຮ່າໂນ້ຍສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ ເວທີປາໄສ ອາຊີຕາເວັນອອກ (EAS); ຖະແຫຼງການການນຳ ອາຊຽນ +3 ກ່ຽວກັບການເພີ່ມທະວີການຮ່ວມມືດ້ານເສດຖະກິດ ອາຊຽນ + 3 ກ່ຽວກັບເສດຖະກິດ ແລະ ສ້າງສະຖຽນລະພາບທາງດ້ານການເງິນ...

            ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ ຢູ່ທີ່ກອງປະຊຸມ, ຫຼັກໝັ້ນຫຼັກການຂອງ ອາຊຽນ ໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ຜົນປະໂຫຍດຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງທຸກໆປະເທດ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດຄູ່ຮ່ວມມື. ບັນດາລັດຖະມົນຕີ ໄດ້ຢືນຢັນວ່າ ຄວນສືບຕໍ່ຊຸກຍູ້ການເຈລະຈາ ແລະ ເພີ່ມທະວີການສ້າງຄວາມເຊື່ອໝັ້ນ, ລະງັບໃຈ, ບໍ່ຄວນມີການກະທໍາເພີ່ມທະວີຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການສັບສົນຕື່ມອີກ, ບໍ່ດຳເນີນການເຄື່ອນໄຫວດ້ານການທະຫານ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ.

            ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19, ໃນນັ້ນມີການສ້າງກອບສັງລວມຟື້ນຟູ ເຊິ່ງຈະຖືກຍື່ນສະເໜີຕໍ່ກອງປະຊຸມສຸດຍອດຄັ້ງທີ 37 ເພື່ອໃຫ້ບັນດາການນຳພິຈາລະນາ, ຮັບຮອງເອົາໃນເດືນພະຈິກ ທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ