ສານອວຍ​ພອນ​ວັນສະ​ຖາ​ປະ​ນາ​ ສ​ປ​ປ​ ລາວ ຂອງ​ປະ​ທາ​ນ​ຄ​ະ​ນະ​ກຳ​ມະ​ການ​ສູນ​ກາງ ແນ​ວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

(VOVWORLD) -ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍອວຍພອນໃຫ້ ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

        ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (ວັນທີ 2 ທັນວາ 1975 - ວັນທີ 2 ທັນວາ 2020) ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920 – 13/12/2020), ວັນທີ 1 ທັນວາ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ໄດ້ສົ່ງສານອວຍພອນມາຍັງທ່ານ ໄຊສົມພອນ ພົມວິຫານ ປະທານ ສູນກາງ ແນວລາວສ້າງຊາດ. ເນື້ອໃນສານໄດ້ສະແດງຄວາມປິຕິຊົມຊື່ນ ໃນໄລຍະ 45 ປີ ຜ່ານມາ, ພາຍໃຕ້ການນຳພາຂອງ ພັກ ປະຊາຊົນປະຕິວັດ ລາວ, ການເຕົ້າໂຮມ, ຄວາມສາມັກຄີຂອງປະຊາຊົນ ລາວ ທຸກຊັ້ນຄົນທີ່ຮັກຊາດ ຂອງສູນກາງແນວລາວສ້າງຊາດ, ປະຊາຊົນ ລາວ ບັນດາເຜົ່າ ຍາດໄດ້ໄຊຊະນະຍິ່ງໃຫຍ່ຫຼາຍຢ່າງໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ປະທານ ໄກສອນ ພົມວິຫານ ເຊິ່ງເປັນເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ເປັນແວນແຍງອັນໃສແຈ້ງກ່ຽວກັບຄຸນສົມບັດ, ເປັນນັກຮົບປະຕິວັດຜູ້ຍິ່ງໃຫຍ່ ໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນໃນໂລກ. ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຂໍອວຍພອນໃຫ້ ໄມຕີຈິດມິດຕະພາບແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ ຈົ່ງໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.


ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ