ສຳ​ເນົາເອ​ກະ​ສາ​ຂອງວັກ​ຊິນ Nano Covax ໄດ້​ສົ່​ງ​ໄປ​ເຖິງ ສະ​ພາໃຫ້​ຄຳ​ປຶກ​ສາ​ການ​ອອກ​ໃບ​ຈົດ​ທະ​ບຽນ​ການ ນຳ​ໃຊ້ຢາ

(VOVWORLD) -ຕອນບ່າຍວັນທີ 18 ກັນຍາ, ສະພາຄຸນສົມບັດ ໃນການຄົ້ນຄ້ວາ ຜະລິດຕະພັນການແພດ ຊີວະສາດແຫ່ງຊາດ (ສະພາຄຸນສົມບັດ) ໄດ້ຈັດກອງປະຊຸມພິຈາລະນາ, ຕີລາຄາວັກຊິນກັນໂຄວິດ - 19 Nano Covax.



ສຳ​ເນົາເອ​ກະ​ສາ​ຂອງວັກ​ຊິນ Nano Covax ໄດ້​ສົ່​ງ​ໄປ​ເຖິງ ສະ​ພາໃຫ້​ຄຳ​ປຶກ​ສາ​ການ​ອອກ​ໃບ​ຈົດ​ທະ​ບຽນ​ການ ນຳ​ໃຊ້ຢາ - ảnh 1ສັກທົດລອງວັກຊິນກັນໂຄວິດ - 19 Nano Covax (ພາບ: TTXVN)

ບົນພື້ນຖານພິຈາລະນາສຳເນົາເອກະສານ, ໝາກຜົນຂອງການຄົ້ນຄ້ວາ ແລະ ຄຳເຫັນຂອງບັນດາສະມາຊິກເຂົ້າຮ່ວມກອງປະຊຸມ, ສະພາຄຸນສົມບັດ ໄດ້ຮັບຮອງເອົາບົດລາຍງານການຄົ້ນຄ້ວາທົດລອງ ສັກວັກຊິນຕໍ່ຄົນ ກາງໄລຍະທີ 3 ກັບວັກຊິນ Nano Covax. ວັກຊິນ Nano Covax ກໍ່ບັນລຸໄດ້ບັນດາຄວາມຕ້ອງການກ່ຽວກັບຄວາມປອດໄພ ແລະ ລັກສະນສ້າງພູມຕ້ານທານ.

ໂດຍໄດ້ຮູ້ວ່າ, ທຸກຊຸດສຳເນົາເອກະສານ, ຖານຂໍ້ມູນຂອງ ວັກຊິນ Nano Covax ໄດ້ສົ່ງໄປເຖິງ ຄະນະປະຈຳສະພາໃຫ້ຄຳປຶກສາອອກໃບຈົດທະບຽນນຳໃຊ້ຢາ, ວັດຖຸດິບບຜະລິດຢຸກຢາ (ສະພາໃຫ້ຄຳປຶກສາ). ກະຊວງສາທາລະນະສຸກໄດ້ສືບຕໍ່ພິຈາລະນາກ່ອນທີ່ຈະຍືນສະເໜີຕໍ່ກະຊວງສາທາລະນະສຸກ ເພື່ອສະເໜີອອກໃບອະນຸຍາດໂດຍດ່ວນ.

ນີ້ແມ່ນຄັ້ງທີ 2, ສະພາຄຸນສົມບັດ ໄດ້ຈັດກອງປະຊຸມປະເມີນໝາກຜົນການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະທີ 3.

ກ່ອນໜ້ານັ້ນໃນວັນທີ 27 ສິງຫາ, ສະມາຄຸນສົມບັດ ໃຫ້ຮູ້ວ່າ ໄດ້ຕົກລົງໝາກຜົນຂອງການທົດລອງສັກວັກຊິນ Nano Covax ຕໍ່ຄົນໄລຍະ 3a.

ຕອບກັບ

ຂ່າວ/ບົດ​ອື່ນ