ສ.ເກົາຫຼີ ສືບຕໍ່ຮັກສາການເຈລະຈາຊຸກຍູ້ການແກ້ໄຂບັນຫາ ສປປ.ເກົາຫຼີ

(VOVWORLD) -  ວັນທີ 07 ເມສາ, ບັນດາເຈົ້າໜ້າທີ່ພັກອະທິປະໄຕກຳອຳນາດ ສ.ເກົາຫຼີ ໃຫ້ຮູ້ວ່າ: ທ່ານ Noh Young-min ຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ ໄດ້ຈັດຕັ້ງກອງປະຊຸມຢູ່ນະຄອນຫລວງ ເຊີອູນ ໃນເດືອນ ມີນາ ກັບທ່ານ Reince Priebus ອະດີດຫົວໜ້າຫ້ອງວ່າການປະທານາທິບໍດີ ອາເມລິກາ Donald Trump ເພື່ອປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ.

ສ.ເກົາຫຼີ ສືບຕໍ່ຮັກສາການເຈລະຈາຊຸກຍູ້ການແກ້ໄຂບັນຫາ ສປປ.ເກົາຫຼີ - ảnh 1ທ່ານ Noh Young-min ຫົວໜ້າຫ້ອງວ່າການປະທານາທິບໍດີ ສ.ເກົາຫຼີ (ພາບ: TTXVN )

ກອງປະຊຸມດຳເນີນໄປໃນວັນທີ 28 ມີນາ ໂດຍຈຳກັດພຽງໜ້ອຍຄົນເຂົ້າຮ່ວມເທົ່ານັ້ນ ແລະ ໄດ້ຮັບຖືວ່າ ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງທຳນຽບປະທານາທິບໍດີ ສ.ເກົາຫຼີ ເພື່ອຮັກສາທ່ວງທ່າໃນການພົບປະເຈລະຈາໃຫ້ແກ່ການເຈລະຈາປອດນິວເຄຼຍ ເຊິ່ງພວມຖືກໂຈະໄວ້ ພາຍຫລັງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ ສິ້ນສຸດລົງ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງສະບັບໃດໆ. 2 ຝ່າຍກໍ່ແລກປ່ຽນທັດສະນະກ່ຽວກັບການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ໃນໄລຍະຈະມາເຖິງ ກໍ່ຄືບົດບາດຂອງ ສ.ເກົາຫຼີ ຈະຮັບຜິດຊອບໃນວິວັດທະນາການປອດນິວເຄຼຍຢູ່ແຫຼມ ເກົາຫຼີ. ຄາດວ່າ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ຈະພົບປະກັບທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທຳນຽບຂາວ ໃນວັນທີ 11 ເມສາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ