ຫັນ​ເປັ​ນດ​ີ​ຈີ​ຕອນ: ກຳ​ລັງ​ໜູນ​ໃນ​ການພັດ​ທະ​ນາ

(VOVWORLD) -ໜຶ່ງໃນບັນດາຂັ້ນຕອນບຸກທະລຸໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສ້າງພື້ນຖານເຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວ
ຫັນ​ເປັ​ນດ​ີ​ຈີ​ຕອນ: ກຳ​ລັງ​ໜູນ​ໃນ​ການພັດ​ທະ​ນາ - ảnh 1ພາບປະກອບ: IADB

ມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ຍົກໃຫ້ເຫັນການກຳນົດທິດຂອງບັນດາປັດໄຈຫຼັກແຫຼ່ງກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ກຳນົດທິດການພັດທະນາປະເທດຊາດ ໄລຍະ 2021 – 2030 ແລະ 6 ໜ້າທີ່ຈຸດສຸມໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ 13. ມະຕິໄດ້ຍົກອອກ 3 ບຸກລະລຸຍຸດທະສາດທີ່ໄດ້ກຳນົດວ່າ: ປະຕິບັດລະບອບລະບຽບການພັດທະນາຢ່າງຄົບຊຸດ ແລະ ສົມບູນແບບ. ປ່ຽນແປງໃໝ່ການຄຸ້ມຄອງປະເທດຊາດ ຕາມທິດທັນສະໄໝ, ແກ້ງແຍ້ງກັນຢ່າງມີປະສິດທິຜົນ.

        ໜຶ່ງໃນບັນດາຂັ້ນຕອນບຸກທະລຸໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ແມ່ນສ້າງລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ສ້າງພື້ນຖານເຫັນເປັນດີຈີຕອນແຫ່ງຊາດ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນເທື່ອລະກ້າວ.

        ວົງການນັກຊ່ຽວຊານໄດ້ໃຫ້ຂໍ້ສັງເກດວ່າ, ພາຍຫຼັງໄລຍະເລີ່ມຕົ້ນການເຫັນເປັນດີຈີຕອນແຫ່ງຊາດນັ້ນ ທັງປີ 2021 ແລະ ໄລຍະ 2021 – 2025 ແມ່ນຈຸດເວລາເພື່ອເພີ່ມຄວາມໄວດ້ວຍບັນດາການກະທຳ, ວິທີການຜັນຂະຫຍາຍຢ່າງ ລະອຽດ ສຳລັບແຕ່ລະກະຊວງ, ຂະແໜງການ, ຂົງເຂດ ແລະ ທ້ອງຖິ່ນ. ດ້ວຍ 3 ເສົາຄ້ຳຫຼັກແຫຼ່ງໃນການຫັນເປັນດີຈີຕອນແຫ່ງຊາດແມ່ນລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນນັ້ນ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກທີ່ໄດ້ສ້າງໂຄງການສະເພາະກິດກ່ຽວກັບການຫັນປະເທດຊາດເປັນດີຈີຕອນ ແລະ ໄດ້ຮັບການຮັບຮອງຈາກລັດຖະບານ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການໃນການພັດທະນາປະເທດຊາດໃນຍຸກສະໄໝໃໝ່.

        ທ່ານ ຫງວຽນແມັງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມໃຫ້ຮູ້ວ່າ:

        ເມື່ອພວກເຮົາຍອມຮັບສິ່ງໃໝ່ນັ້ນ, ເຕັກໂນໂລຢີໃໝ່ຂອງໂລກຈຶ່ງກັບມາ, ຜູ້ມີຄວາມເກັ່ງກ້າສາມາດໃນໂລກຈະກັບມາ ແລະ ພື້ນຖານອຸດສາຫະກຳໃໝ່ຈະປະກົດຂຶ້ນ. ຫວຽດນາມຈະສ້າງບັນດາຜະລິດຕະພັນເຕັກໂນໂລຢີດີຈີຕອນທີ່ສົ່ງອອກໄດ້. ນີ້ແມ່ນວິທີການສຳຜັດທີ່ເໝາະສົມກັບການປະຕິວັດອຸດສາຫະກຳຄັ້ງທີ 4 ເພື່ອຕ້ອນຮັບຮູບແບບດຳເນີນທຸລະກິດໃໝ່, ຕ້ອນຮັບບັນດາຂໍ້ລິເລີ່ມການປະດິດຄິດສ້າງປ່ຽນແປງໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ