ຫັນ​ໄປ​ສູ່​ດີ​ຈີ​ຕອນ​ໃນ​ສ​ະ​ພາບ​ການ​ບໍ່​ຄົງ​ທີ່: ຍາດ​ແຍ່ງ​ກາ​ລະ​ໂອ​ກາດ - ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

(VOVWORLD) -   “ຫັນໄປສູ່ດີຈີຕອນໃນສະພາບການບໍ່ຄົງທີ່: ຍາດແຍ່ງກາລະໂອກາດ - ຜ່ານຜ່າສິ່ງທ້າທາຍ”. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດ ໂດຍມະຫາວິທະຍາໄລເສດຖະກິດແຫ່ງຊາດ, ກຸ່ມບໍລິສັດຫຸ້ນສ່ວນ ລົງທຶນ ແລະ ຄຸ້ມຄອງ V-Startup ໄດ້ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 12 ກັນຍາ ຢູ່ຮ່າໂນ້ຍ.
ຫັນ​ໄປ​ສູ່​ດີ​ຈີ​ຕອນ​ໃນ​ສ​ະ​ພາບ​ການ​ບໍ່​ຄົງ​ທີ່: ຍາດ​ແຍ່ງ​ກາ​ລະ​ໂອ​ກາດ - ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ - ảnh 1 ກອງປະຊຸມສຳມະນາວິທະຍາສາດ “ຫັນໄປສູ່ດີຈີຕອນໃນສະພາບການບໍ່ຄົງທີ່: ຍາດແຍ່ງກາລະໂອກາດ - ຜ່ານຜ່າສິ່ງທ້າທາຍ” (ພາບ: Ngoc Anh)

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ເຕື້ອງເຖິງບັນດາຫົວຂໍ້ຄື: ທ່າອ່ຽງຫັນໄປສູ່ດີຈີຕອນແຫ່ງຊາດ - ວິໄສທັດຮອດປີ 2030; ຫັນໄປສູ່ດີຈີຕອນ - ມູມມອງບໍລິຫານວິສາຫະກິດ....

        ລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”. ມຸ່ງໄປເຖິງລັດຖະບານດີຈີຕອນ, ຮອດປີ 2025, ຫວຽດນາມ ຈະສ້າງຖານຂໍ້ມູນແຫ່ງຊາດໃຫ້ສຳເລັດ ແລະ ມີການເຊື່ອມຕໍ່ 100%, ແບ່ງປັນຂໍ້ມູນໃນທົ່ວປະເທດ; ຫວຽດນາມ ຈະຖືກຈັດໃນກຸ່ມ 70 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ