ຫວຽດນາມ ຄາດຄະເນຈະສົ່ງອອກຜະລິດຕະພັນກະເສດຫຼາຍກ່ວາ 26 ຕື້ໂດລາສະຫະລັດ ໃນປີ 2030

(VOVWORLD) - ຍຸດທະສາດການພັດທະນາໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮັກສາເນື້ອທີ່ດິນ 3,56 ລ້ານເຮັກຕາເພື່ອປູກເຂົ້າເປັນປົກກະຕິ
ຫວຽດນາມ ຄາດຄະເນຈະສົ່ງອອກຜະລິດຕະພັນກະເສດຫຼາຍກ່ວາ 26 ຕື້ໂດລາສະຫະລັດ ໃນປີ 2030 - ảnh 1(ພາບປະກອບ)

        ອີງຕາມຍຸດທະສາດການພັດທະນາການປູກຝັງ ຮອດປີ 2030, ວິໄສທັດຮອດປີ 2050 ທີ່ຫາກໍ່ໄດ້ຮັບການເຊັນອະນຸມັດຜ່ານຈາກ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລືວກວາງ,  ຫວຽດນາມ ວາງຄາດໝາຍຈະສົ່ງອອກຜະລິດຕະພັນຈາກໝາກໄມ້, ເຂົ້າສານ, ໝາກມ່ວງຫິມະພານ, ຜະລິດຕະພັນໄມ້… ບັນລຸກ່ວາ 26 ຕື້ໂດລາສະຫະລັດ ໃນປີ 2030. ລະດັບຄວາມໄວໃນການເພີ່ມມູນຄ່າການຜະລິດດ້ານການປູກຝັງເປັນສິນຄ້າສະເລ່ຍ 2,2-2,5% ຕໍ່ປີ; ອຸດສາຫະກຳການປຸງແຕ່ງສະເລ່ຍ 8-10% ຕໍ່ປີ. ຮອດປີ 2050, ການປູກຝັງກາຍເປັນຂະແໜງເສດຖະກິດເຕັກນິກທັນສະໄໝ, ຂື້ນກັບສິນຄ້າໝວດແຖວໜ້າຂອງພາກພື້ນ ແລະ ສາກົນ. ຫວຽດນາມ ກາຍເປັນໃຈກາງແຫ່ງການປຸງແຕ່ງແບບລົງເລິກຂອງຂະແໜງກະສິກຳທົ່ວໂລກ. ຍຸດທະສາດການພັດທະນາໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮັກສາເນື້ອທີ່ດິນ 3,56 ລ້ານເຮັກຕາເພື່ອປູກເຂົ້າເປັນປົກກະຕິ, ໃນນັ້ນດິນສະເພາະປູກເຂົ້ານາທາມແມ່ນ 3 ລ້ານເຮັກຕາ, ປະລິມານການຜະລິດກ່ວາ 35 ລ້ານໂຕນ. ສິ່ງນີ້ໄດ້ຊ່ວຍຄ້ຳປະກັນດ້ານສະບຽງອາຫານ, ຕອບສະໜອງການບໍລິໂພກ, ປຸງແຕ່ງ, ເກັບແຮໄວ້ ແລະ ສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ