ຫວຽດນາມ - ຈຸດ​ນັດ​ພົບທີ່​ດູດ​ດື່ມ​ຂອງ​ບັນດາ​ນັກ​ລົງ​ທຶນ​ຕ່າງປະ​ເທດ

(VOVWORLD) -  ເວັບໄຊ Seeking Alpha ຂອງ ອາເມລິກາ ຫາກໍລົງບົດຂຽນ ໂດຍຖືວ່າ ໃນ 2 – 3 ປີມານີ້, ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ.
ຫວຽດນາມ - ຈຸດ​ນັດ​ພົບທີ່​ດູດ​ດື່ມ​ຂອງ​ບັນດາ​ນັກ​ລົງ​ທຶນ​ຕ່າງປະ​ເທດ - ảnh 1(ພາບປະກອບ: TTXVN) 

ຕາມບົດຂຽນແລ້ວ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ຍາມໃດກໍຮັກສາລະດັບການເຕີີບໂຕໃຫ້ບັນລຸ 7% ຕໍ່ປີ, ເຊິ່ງທົບສອງເທົ່າລະດັບສະເລ່່ຍຂອງໂລກ.  ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ຊ່ວຍ ຫວຽດນາມ ມີຄວາມດູດດື່ມກວ່າເມື່ອທຽບໃສ່ປະເທດອື່ນໆ ນັ້ນແມ່ນ ຄ່າແຮງງານຕໍ່າ. ຫວຽດນາມ ມີທ່າໄດ້ປຽບໃນຂົງເຂດຜະລິດເຄື່ອງເອເລັກໂຕນິກ ເຊິ່ງກວມເອົາ 36%, ຖັດມາແມ່ນເກີບໜັງ. ມີບົດລາຍງານຫຼາຍບົດກໍຊີ້ໃຫ້ເຫັນວ່າ ບັນດາຂະແໜງອຸດສາຫະກໍາອື່ນໆຄື ຜະລິດຢາງລົດໂອໂຕ, ເຄື່ອງເຟີນີເຈີ ແລະ ຕູ້ເຢັນ ກໍ່ພວມຍ້າຍມາຜະລິດຢູ່ຫວຽດນາມ ແລະ ເລື່ອງ ຫວຽດນາມ ໄດ້ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ກໍໄດ້ເປີດຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ດ້ວຍຍອດ GDP ເກືອບ 2.200 ຕື້ USD. ນອກຈາກນັ້ນ, ກໍ່ຕ້ອງເວົ້າເຖິງຜົນສໍາເລັດໃນວຽກງານຕໍ່ສູ້, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ອີກດ້ວຍ. ຕາມບົດຂຽນດັ່ງກ່າວແລ້ວ, ຖ້າທຽບໃສ່ປະເທດອື່ນນັ້ນ, ຂະແໜງການທ່ອງທ່ຽວຂອງ ຫວຽດນາມ ກໍຖືກຜົນສະທ້ອນໜ້ອຍກວ່າ. ຕົວເລກກ່ຽວກັບການທ່ອງທ່ຽວ ແລະ ອຸດສາຫະກໍາຂອງຫວຽດນາມ ໃນເດືອນກໍລະກົດ 2020, ຄາດວ່າຈະມີຖ້ຽວບິນຈໍານວນກວ່າ 26.000 ຖ້ຽວ ຂົນສົ່ງຜູ້ໂດຍສານ, ແຂກທ່ອງທ່ຽວຈໍານວນກວ່າ 5 ລ້ານເທື່ອຄົນ ເຊິ່ງເພີ່ມຂຶ້ນ ແຕ່ 16% ແລະ 24 % ຕາມລໍາດັບ ເມື່ອທຽບໃສ່ປີແລ້ວນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ