ຫວຽດນາມ ຍົກອອກຫຼາຍຕໍ້ສະເໜີແນະສຳຄັນກ່ຽວກັບການຮ່ວມມືລັດຖະສະພາທີ່ APPF 31

(VOVWORLD) - ຫວຽດນາມ ສະໜັບສະໜູນບັນດາຄຳເຫັນປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ, ສະໜັບສະໜູນເລື່ອງຊຸກຍູ້ການແກ້ໄຂບັນດາການປະທະກັນ
ຫວຽດນາມ ຍົກອອກຫຼາຍຕໍ້ສະເໜີແນະສຳຄັນກ່ຽວກັບການຮ່ວມມືລັດຖະສະພາທີ່ APPF 31 - ảnh 1(ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ກ່າວບົດປາໄສ)

    ວັນທີ 24 ພະຈິກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ກ່າວບົດປາໄສສຳຄັນ ທີ່ວາລະປະຊຸມຄົບຄະນະກ່ຽວກັບດ້ານການເມືອງ ແລະ ຄວາມໝັ້ນຄົງ ໃນຂອບເຂດເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 31 (APPF 31),  ພວມຈັດຂຶ້ນຢູ່ນະຄອນຫຼວງ Manila, Philippines.

   ໃນບົດກ່າວປາໄສດ້ວຍຫົວຂໍ້ “ເພີ່ມທະວີຄວາມສຳມາດຂອງບັນດາລັດຖະສະພາ ແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ” ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນບັນດາຄຳເຫັນປະກອບສ່ວນໃຫ້ແກ່ ສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໂລກ, ສະໜັບສະໜູນເລື່ອງຊຸກຍູ້ການແກ້ໄຂບັນດາການປະທະກັນ ແລະ ຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນາບຂູ່ຫຼືນຳໃຊ້ກຳລັງອາວຸດ, ປະຕິບັດກົດໝາຍສາກົນ, ກົດບັດ ສປຊ:

   ທີ່ 1 ແມ່ນສືບຕໍ່ຮັກສາຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ຮ່ວມມືລັດຖະສະພາ, ເພີ່ມທະວີການໂອ້ລົມສົນທະນາ, ແບ່ງປັນຂໍ້ມູນ ແລະ ບົດຮຽນການເຄື່ອນໄຫວຂອງລັດຖະສະພາ. ທີ່ 2 ແມ່ນສືບຕໍ່ປັບປຸງບັນດາກົນໄກ, ເຄືອຄ່າຍຮ່ວມມື ແລະ ຮ່ວມສຳພັນຄື APPF.  ທີ່ 3 ແມ່ນຍົກສູງຄວາມສາມາດດ້ານວິຊາສະເພາະຂອງລັດຖະສະພາ ແລະ ບັນດາສະມາຊິກເພື່ອຊຸກຍູ້ ສັນຕິພາບ, ສະຖຽນລະພາບ. ທີ 4 ແມ່ນ ບັນດາລັດຖະສະພາສະມາຊິກ APPF ຕ້ອງບຸລິມະສິດແຫຼ່ງກຳລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ, ສ້າງພື້ນຖານໃຫ້ແກ່ ສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ