ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວຂອງອົງການໃຊ້ພາສາຝລັ່ງ

ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມການເຄື່ອນໄຫວຂອງອົງການໃຊ້ພາສາຝລັ່ງ  - ảnh 1
ພາບປະກອບ:internet

(vovworld) - ກອງປະຊຸມຂັ້ນສູງບັນດາປະເທດໃຊ້ພາສາຝລັ່ງຄັ້ງທີ 14 ຈະຖືກຂຶ້ນ ຢູ່ ນະຄອນຫລວງ Kinshasa ປະ​ເທດ​ກົງ​ໂກ ​ແຕ່​ວັນ​ທີ 10 - 14/10 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ພາສາ​ຝລັ່ງ, ສິ່ງ​ທ້າ​ທາຍ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ເສດຖະກິດ​ປະ​ເຊີນ​ຫນ້າ​ກັບ​ການ​ບໍລິຫານ​ທົ່ວ​ໂລກ”. ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອ​ນ​ໄຫວ​ຂອງ​ອົງການ​ໃຊ້​ພາສາ​ຝລັ່ງ ຢ່າງ​ຕັ້ງຫນ້າ. ທ່ານ​ເອກ​ອັກຄະ​ລັດຖະທູດ Duong Van Quang  ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ການ​ສ້າງ​ຕັ້ງ​ກຸ່ມ​ປະ​ເທດ​ໃຊ້​ພາສາ​ຝລັ່ງ​​ໃນ​ປີ 1970 ​ເມື່ອ​ລົງ​ນາ​ມ​ໃນ​ສົນທິສັນຍາ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມື​ວັດທະນະທຳ ​ແລະ ​ເຕັກນິກ . ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ທຸ​ກການ​ເຄື່ອນ​ໄຫວ​ຂອງ​ອົງການ​ໃຊ້​ພາສາຝລັ່ງ, ​ໃນ​ນັ້ນ ມີ​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ຕ່າງ​ໆ​ທີ່​ໄດ້​ຮັບ​ການຈັດ​ຕັ້ງຂຶ້ນ​ແຕ່​ປີ 1986 ມາ​ຮອດ​ປະຈຸ​ບັນ. ພິ​ເສດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງບັນດາ​ປະ​ເທດ​ໃຊ້​ພາສາ​ຝລັ່ງ ​ຄັ້ງ​ທີ 7 ​ເມື່ອ​ປີ 1997 ຢູ່ ນະຄອນຫລວງ ຮ່າ​ໂນ້ຍ ສຳ​ເລັດ​ຜົນ. ຫວ່າງ​ແລ້ວ​ນີ້, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຮຽບຮຽງ​ເອກະສານ ບັນດາ​ປັດ​ໄຈ​ພາສາ​ຝລັ່ງ​ໃນ​ວິວັດ​ການ​ປະຕິບັດ​ການ​ຮ່ວມ​ມື​ສາມ​ຝ່າຍ.


ຂ່າວ/ບົດ​ອື່ນ