ຫວຽດນາມ ຕັ້ງໜ້າສົມທົບຢັ້ງຢຶນຊື່ແລະນາມສະກຸນຂອງຜູ້ຖືກເຄາະຮ້າຍ 39 ຄົນທີ່ເສຍຊີວິດຢູ່ອັງກິດ

(VOVWORLD) -ໄລ່ມາຮອດຈຸດເວລານີ້, ວຽກງານຢັ້ງຢືນຊື່ ແລະ ນາມສະກຸນຂອງບັນດາຜູ້ຖືກເຄາະຮ້າຍພວມດຳເນີນໄປຢ່າງຮີບເຮັ່ງ, ລະມັດລະວັງ, ຮຽກຮ້ອງຕ້ອງຊັດເຈນ, ເຄັ່ງຂັດເພື່ອປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງ.

ຫວຽດນາມ ຕັ້ງໜ້າສົມທົບຢັ້ງຢຶນຊື່ແລະນາມສະກຸນຂອງຜູ້ຖືກເຄາະຮ້າຍ 39 ຄົນທີ່ເສຍຊີວິດຢູ່ອັງກິດ - ảnh 1 ກອງປະຊຸມນັດສາມັນປະຈຳເດືອນ ຕຸລາ

(ພາບ: VGP)

ທີ່ກອງປະຊຸມນັດສາມັນປະຈຳເດືອນ ຕຸລາ, ຕອນບ່າຍວັນທີ 05 ພະຈິກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໊ຽນຢຸງ ພ້ອມກັບຜູ້ຕາງໜ້າກະຊວງຕຳຫຼວດ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ໄດ້ແລກປ່ຽນບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງເລື່ອງ 39 ຄົນ ທີ່ພົບເຫັນຖືກເສຍຊີວິດໃນຕູຄອນເທັນເນີ ຢູ່ເຂດອຸດສາຫະກຳ Waterglade, ລັດ Essex (ລາຊະອານາຈັກອັງກິດ).

        ໄລ່ມາຮອດຈຸດເວລານີ້, ວຽກງານຢັ້ງຢືນຊື່ ແລະ ນາມສະກຸນຂອງບັນດາຜູ້ຖືກເຄາະຮ້າຍພວມດຳເນີນໄປຢ່າງຮີບເຮັ່ງ, ລະມັດລະວັງ, ຮຽກຮ້ອງຕ້ອງຊັດເຈນ, ເຄັ່ງຂັດເພື່ອປະຕິບັດບັນດາມາດຕະການປົກປ້ອງພົນລະເມືອງ. ຊື່ ແລະ ນາມສະກຸນບັນດາຜູ້ຖືກເຄາະຮ້າຍຈະໄດ້ປະກາດໂດຍໄວ, ເມື່ອບັນດາອົງການຂອງອັງກິດ ປະກາດ.

        ທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ກ່າວປະນາມຢ່າງແຮງບັນດາອາດຊະຍາກຳສົ່ງຊາວອົບພະຍົບຢ່າງຜິດກົດໝາຍ, ພ້ອມທັງຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີວຽກງານປ້ອງກັນ, ຕ້ານອາດຊະຍາກຳປະເພດນີ້ກວ່າອີກ.

        ໃນການແລກປ່ຽນທີ່ກອງປະຊຸມຂ່າວກ່ຽວຂ້ອງເຖິງເຫດການ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຫງວຽນຢຸຍງອັກ ໃຫ້ຮູ້ວ່າ, ປະຈຸບັນຕຳຫຼວດຫວຽດນາມ ໄດ້ ແລະ ພວມຮີບເຮັ່ງສົມທົບກັບກະຊວງພາຍໃນອັງກິດ ເພື່ອຢັ້ງຢືນຂໍ້ມູນໂດຍໄວ. ຄະນະປະຕິບັດງານຂອງກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຫວຽດນາມ ພວມເດີນທາງໄປອັງກິດ ເພື່ອເຮັດວຽກ.

ຕອບກັບ

ຂ່າວ/ບົດ​ອື່ນ