ຫວຽດນາມ ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ

(VOVWORLD) -ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982

ຫວຽດນາມ ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ - ảnh 1 ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)

ວັນທີ 15 ເມສາ 2020, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບເລື່ອງມີ ກ່ຳປັ່ນຝູງໜຶ່ງຂອງຈີນ ພວມເດີນທະເລເຂົ້າເຂດເສດຖະກິດພິເສດຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ, ໃຫ້ຮູ້ວ່າ.

        “ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ໄດ້ຕິດຕາມບັນດາການຜັນແປຢູ່ທະເລຕາເວັນອອກຢ່າງໃກ້ຊິດ. ຫວຽດນາມ ສະເໜີໃຫ້ບັນດາປະເທດຈົ່ງເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ກົດໝາຍສາກົນໃນບັນດາການເຄື່ອນໄຫວຂອງຕົນ ແລະ ປະກອບສ່ວນເສີມສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ