ຫວຽດນາມ ຖືການພົວພັນມິດຕະພາບ, ທີ່ເປັນມູນເຊື້ອກັບການາດາ ເປັນສຳຄັນ

(VOVWORLD) -  ຫວຽດນາມ ຖືການພົວພັນມິດຕະພາບ, ທີ່ເປັນມູນເຊື້ອກັບການາດາ ເປັນສຳຄັນ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຢັ້ງຢືນຄືດັ່ງກ່າວ ໃນການຕ້ອນຮັບອະດິດນາຍົກລັດຖະມົນຕີ ການາດາ Jean Chretien, ໃນວັນທີ 18 ພຶດສະພາ. 
ຫວຽດນາມ ຖືການພົວພັນມິດຕະພາບ, ທີ່ເປັນມູນເຊື້ອກັບການາດາ ເປັນສຳຄັນ - ảnh 1ທ່ານ Jean Chretien  ແລະ ທ່ານ ຫງວຽນຊວນຟຸກ

ຕີລາຄາສູງຂໍ້ສະເໜີຂອງທ່ານ Jean Chretien ກ່ຽວກັບການຮ່ວມມື ຫວຽດນາມ - ການາດາ ໃນຂົງເຂດການບິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມ ມີບໍລິສັດໃຫຍ່ທ່າອາກາດ ສະຍານ (ACV) ຂຸດຄົ້ນ, ເຄື່ອນໄຫວຢູ່ບັນດາສະໜາມບິນໂດຍສະເພາະ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ຝ່າຍ ການາດາ ເຮັດວຽກຊຸກຍູ້ການຮ່ວມມືຢ່າງລະອຽດກັບ ACV ໂດຍໄວ. ທ່ານນາຍົກລັດຖະມົນຕີ ຖືວ່າ ຊຸກຍູ້ການຄ້າ, ການລົງທຶນແມ່ນທິດທາງຖືກຕ້ອງ, ແມ່ນຈຸດສຸມໃນການພົວພັນລະຫວ່າງ 2 ປະເທດ. ເນື່ອງໃນໂອກາດນີ້, ຜ່ານທ່ານ Jean Chretien, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳເຊື້ອເຊີນທ່ານນາຍົກລັດຖະມົນຕີ ການາດາ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ອະດິດນາຍົກລັດຖະມົນຕີ ການາດາ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານປາດຖະໜາຢາກພ້ອມກັບບັນດາວິສາຫະກິດ ການາດາ ຊອກຫາກາລະໂອກາດລົງທຶນ, ທຳມາຫາກິນຢູ່ ຫວຽດນາມ, ໃນນັ້ນມີຂົງເຂດຄຸ້ມຄອງ, ບໍລິຫານສະໜາມບິນ.

ຕອບກັບ

ຂ່າວ/ບົດ​ອື່ນ