ຫວຽດນາມ ຖືເປັນສຳຄັນ ການຮ່ວມມືຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາກັບ ອີຢິບ

 ຫວຽດນາມ ຖືເປັນສຳຄັນ ການຮ່ວມມືຕ່າງຝ່າຍ ຕ່າງມີຜົນປະໂຫຍດ ແລະ ພ້ອມກັນພັດທະນາກັບ ອີຢິບ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​
ຕ້ອນຮັບເອກ​ອັກຄະ​ລັດຖະທູດ​ ອີຢິບ
(ພາບ: TTXVN)


(vovworld) - ຕອນ​ບ່າຍວັນ​ທີ 15/1, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ໄດ້​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ອີຢິບ ປະຈຳ ຫວຽດນາມ Mohamed Reda Kamel El Taify,​ ມາ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດທ່ານສິ້ນສຸດການ​ປະຕິບັດໜ້າທີ່​ການ​ທູດ​ຢູ່ ຫວຽດນາມ.

  ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ສະ​ເໜີ​ສອງ​ຝ່າຍ​ຈົ່ງຈັດຕັ້ງກອງ​ປະຊຸມ​ລະຫວ່າງ​ລັດຖະບານ​ຄັ້ງທີ 5 ​ໂດຍ​ໄວ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ ເສດຖະກິດ, ການ​ຄ້າ, ສະໜັບສະໜູນ​ເຊີ່ງ​ກັນ ​ແລະ ກັນໃນ​ເວທີ​ປາ​ໄສ ສປຊ.

  ທ່ານ​ເອກ​ອັກຄະ​ລັດຖະທູດ Mohamed Reda Kamel El Taify ອວຍພອນ​ ຫວຽດນາມ ບັນລຸ​ໄດ້ໝາກຜົນຫຼາຍຢ່າງ​ໃນ​ຂົງ​ເຂດຕ່າງໆ ​ແລະ ຢືນຢັນ​ວ່າ ​ອີຢິບ ຍາມ​ໃດ​ກໍ່​ປາດ​ຖະໜາຢາກຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ຄ້າ.

ຂ່າວ/ບົດ​ອື່ນ