ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອີຢູ ແລະ ຮຸງກາຣີ

(VOVWORLD) - ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ
ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອີຢູ ແລະ ຮຸງກາຣີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)

ຕອນບ່າຍວັນທີ 24 ພຶດສະພາ, ຈາກ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານຮອງປະທານຄະນະກຳມະການເອີລົບ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ອີຢູ Josep Borrell.

ທີ່ການໂອ້ລົມທາງໂທລະສັບ, 2 ຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສຫຼາຍຝ່າຍ; ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ - ອີຢູ, ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນໄປສູ່ສີຂຽວ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງ… ສ່ວນທ່ານ Josep Borrell ໄດ້ຮັບຮູ້ຂໍ້ສະເໜີຂອງ ຫວຽດນາມ ຕໍ່ເລື່ອງຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳຂອງ ຫວຽດນາມ ແລະ ຊຸກຍູ້ບັນດາປະເທດສະມາຊິກໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA). ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການຢູ່ ຢູແກຼນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ນັ້ນແມ່ນ ຢືດໝັ້ນການສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງສາມັນຊົນ, ປົກປັກຮັກສາພື້ນຖານໂຄງລ່າງພົນລະເຮືອນທີ່ຈຳເປັນ, ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວກູ້ຊ່ວຍມະນຸດສະທຳ…

ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດຕ່າງປະເທດ ຮຸງກາຣີ Szijjarto Peter. 2 ຝ່າຍໄດ້ຢືນຢັນຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຮຸງກາຣີ; ເຫັນດີສືບຕໍ່ຂຸດຄົ້ນນັບທັງດ້ານທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ, ເພີ່ມທະວີການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງໃນໄລຍະຈະມາເຖິງ ແລະ ສົມທົບກັນກະກຽມເນື້ອໃນໃຫ້ແກ່ກອງປະຊຸມຄັ້ງທີ 10 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ຮຸງກາຣີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ