ຫວຽດນາມ ປະກອບ ຄຳເຫັນໃນວາລະປຶກສາ ຫາລືລວມຂອງກອງປະຊຸມສະມັດຊາ ໃຫ່ຍ ສປຊ ຄັ້ງທີ 67

ຫວຽດນາມ ປະກອບ ຄຳເຫັນໃນວາລະປຶກສາ ຫາລືລວມຂອງກອງປະຊຸມສະມັດຊາ ໃຫ່ຍ ສປຊ ຄັ້ງທີ 67 - ảnh 1

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Quang Vinh

(ພາບ:ອິນ​ເຕີ​ແນັດ)

(VOV)- ວາລະ​ປຶກສາ​ຫາລື​ລວມ​ໃນກອງ​ປະຊຸມ​ສະມັດຊາ​ໃຫ່ຍ ສປຊ ຄັ້ງທີ 67 ຫາ​ກໍ່​ຖືກອັດ​ລົງ​ທີ່​ສຳນັກງານ ສປຊ ຢູ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 2/10 ຕາມ​ເວລາ​ຫວຽດນາມ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Quang Vinh ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ວາລະ​ປຶກສາ​ຫາລື. ທ່ານຮອງ​ລັດຖະມົນຕີ​ Pham Quang Vinh  ຊົມ​ເຊີຍ​ຫົວ​ຂໍ້​ຂອງກອງ​ປະຊຸມ​ສະມັດຊາ​ໃຫ່ຍ ສປຊ ຄັ້ງທີ 67 ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ສາກົນ ​ແລະ ຢັ້ງຢືນ​ວ່າ: ​ໃນ​ສະພາບ​ສາກົນ​ຂາດ​ສະຖຽນລະ​ພາບ, ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ສັບສົນ​ຢູ່​ຫຼາຍ​ພາກ​ພື້ນ​ໃນ​ໂລກ​ນັ້ນ, ສປຊ ຕ້ອງ​ຍົກ​ສູງ​ການ​ປະຕິບັດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົດໝາຍ​ສາກົນ​ກໍ່​ຄື​ກົດ​ບັດ ສປຊ. ທ່ານຮອງ​ລັດຖະມົນຕີ​ Pham Quang Vinh  ຕີ​ລາຄາ​ສູງ​ຄວາມ​ໝາຍຂອງ​ພິທີ​ລະນຶກ 30 ປີ​ແຫ່ງ​ວັນ​​ເຊັນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລ (1982-2012), ຖື​ວ່າ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາ​ຄົມ​ໂລກ​ຢືນຢັນ​ຄືນ​ໃໝ່​ຄຳໝັ້ນສັນຍາ​​ປະຕິບັດ​ສົນທິສັນຍາ​ສຳຄັນ​ນີ້​ຢ່າງ​ເຂັ້ມງວດ:

   “​ການ​ປະຕິບັດ​ກົດໝາຍ​ສາກົນ​ແມ່ນ​ຫຼັກການພື້ນຖານ​​ເພື່ອກຳນົດທິດ​ທາງນະ​ໂຍບາຍ ​ແລະ ການ​ກະທຳ​ຂອງ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ນີ້ກໍ່​ແມ່ນການ​ເລືອກ​ເຟັ້ນ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກ. ​ໃນ​ສະພາບການ​ທີ່​​ພວກ​ເຮົາ​ຈະ​ຈັດ​ພິທີ​ລະນຶກ 30 ປີ​ແຫ່ງ​ວັນ​​ເຊັນສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ໃນ​ທ້າຍ​ປີ​ນີ້, ພວກ​ເຮົາ​ຕ້ອງ​ຢືນຢັນ​ຄືນ​ໃໝ່​ບັນດາ​ຄຳໝັ້ນສັນຍາ​ຢ່າງ​ຂັນແຂງ​ຂອງ​ຕົນ ​ໃນ​ການ​ເຄົາ​ລົບ​ເອກະສານ​ພື້ນຖານ​ສະບັບ​ນີ້, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ ​ແລະ ການ​ຮ່ວມ​ມື​​ໃນການ​ເດີນ​ທະ​ເລ“

 

ຂ່າວ/ບົດ​ອື່ນ