ຫວຽດ​ນາມ ປະ​ກອບ​ສ່ວນ​ເພື່​ອອະ​ນາ​ຄົດ ອາ​ຊຽນ

(VOVWORLD) - ເວທີປາໄສອະນາຄົດ ອາຊຽນ (ASEAN Future Forum  AFF), ຂໍ້ລິເລີ່ມໂດຍ ຫວຽດນາມ ສະເໜີເປັນຄັ້ງທຳອິດ ໄດ້ດຳເນີນໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ຖືປະຊາຊົນເປັນໃຈກາງ”, ເວທີປາໄສດັ່ງກ່າວໄດ້ແນໃສ່ຊອກຫາມາດຕະການໃຫ້ແກ່ອະນາຄົດຂອງ ອາຊຽນ ໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງໃນປັດຈຸບັນ. ເວທີປາໄສໄດ້ສະແດງບົດບາດຕັ້ງໜ້າຂອງ ຫວຽດນາມ ໃນວິວັດການສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນ.

  ຜ່ານເກືອບ 6 ທົດສະວັດທີ່ຄົງຄົວ ແລະ ພັດທະນາ, ອາຊຽນ ພວມກະກຽມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພາຍຫຼັງທີ່ສຳເລັດການປະຕິບັດວິໄສທັດປະຊາຄົມ ອາຊຽນ 2025, ໃນສະພາບການໂລກ ແລະ ພາກພື້ນ ພວມມີການຜັນປ່ຽນຢ່າງວ່ອງໄວ. ບັນດາປະເທດ ອາຊຽນ ກໍພວມຢືນຢູ່ຕໍ່ໜ້າການເລືອກເຟັ້ນ ແລະ ຕັ້ງຄຳຖາມຫຼາຍຂໍ້ທີ່ແຕກຕ່າງກັນ, ເຊັ່ນ: “ເຮັດແນວໃດເພື່ອຮັກສາບົດບາດເປັນໃຈກາງ, ປັບຕົວເຂົ້າກັບການປ່ຽນແປງຂອງພາກພື້ນ ແລະ ໂລກ? ເຮັດແນວໃດເພື່ອບັນລຸໄດ້ຄວາມດຸ່ນດ່ຽງ ແລະ ກົມກຽວ ລະຫວ່າງບັນດາຄວາມສົນໃຈ ກັບ ຜົນປະໂຫຍດຂອງບັນດາປະເທດສະມາຊິກ? ເຮັດແນວໃດເພື່ອບັນລຸໄດ້ຄວາມດຸ່ນດ່ຽງລະຫວ່າງການປ່ຽນແປງໃໝ່ ກັບການອະນຸລັກຮັກສາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ?”. ໃນສະພາບການນັ້ນ, ຂໍ້ລິເລີ່ມເວທີປາໄສອະນາຄົດ ອາຊຽນ (ASEAN Future Forum – AFF), ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃນກອງປະຊຸມສຸດຍອດ ອາຊຽນ ທີ່ໄດ້ດຳເນີນໃນເດືອນ ກັນຍາ 2023 ຢູ່ ຈາກາຕາ, ອິນໂດເນເຊຍ, ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ເພື່ອແນໃສ່ສ້າງເວທີເພື່ອປຶກສາຫາລື ແລະ ຊອກຮູ້ຄຳຕອບໃຫ້ແກ່ບັນດາຄຳຖາມທີ່ໄດ້ກ່າວມາຂ້າງເທິງ.

ຫວຽດ​ນາມ ປະ​ກອບ​ສ່ວນ​ເພື່​ອອະ​ນາ​ຄົດ ອາ​ຊຽນ - ảnh 1ເວທີປາໄສອະນາຄົດ ອາຊຽນ (ພາບ: VOV)

       ເວທີເປີດ, ແບ່ງປັນຫຼາຍແງ່ມູມ, ປະກອບສ່ວນກຳນົດອະນາຄົດ ອາຊຽນ

        ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະຊາຄົມ ອາຊຽນ ທີ່ມີປະຊາຊົນເປັນໃຈກາງ”, ເວທີປຶກສາຫາລືອະນາຄົດ ອາຊຽນ ແມ່ນຊ່ອງສະໜອງບັນດາແນວຄວາມຄິດ, ຂໍ້ລິເລີ່ມໃຫ້ແກ່ວິວັດການສ້າງວິໄສທັດ ອາຊຽນ ຮອດປີ  2045, ປະກອບສຽງເວົ້າຂອງພາກພື້ນເຂົ້າໃນຄວາມມານະພະຍາຍາມກຳນົດທິດພັດທະນາອະນາຄົດຂອງໂລກ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ເນັ້ນໜັກກ່ຽວກັບແນວຄວາມຄິດຂອງເຫດການສຳຄັນນີ້:

        “ນີ້ແມ່ນເຫດການຫຼາຍຝ່າຍໃຫຍ່ທີ່ສຸດ ເຊິ່ງ ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງ ແລະ ນີ້ກໍແມ່ນຂໍ້ລິເລີ່ມ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກມາ ໃນກອງປະຊຸມສຸດຍອດ ອາຊຽນ. ຂໍ້ລິເລີ່ມດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຄວາມຕັ້ງໜ້າຂອງ ຫວຽດນາມ ແລະ ຄວາມປາດຖະໜາຢາກປະກອບສ່ວນຢ່າງຕັ້ງໜ້າກວ່າໃຫ້ແກ່ການຮ່ວມມືຂອງພາກພື້ນ, ມີຄວາມປາດຖະໜາຢາກເສີມຂະຫຍາຍບົດບາດນຳພາ, ບົດບາດແກ່ນສານໃນການຮ່ວມມືລະຫວ່າງພາກພື້ນ ແລະ ໃນຂອບເຂດທົ່ວໂລກຂອງ ຫວຽດນາມ”.

ຫວຽດ​ນາມ ປະ​ກອບ​ສ່ວນ​ເພື່​ອອະ​ນາ​ຄົດ ອາ​ຊຽນ - ảnh 2ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ  (ພາບ: ກະຊວງການຕ່າງປະເທດ)

        ສິ່ງທີ່ໜ້າສົນໃຈແມ່ນ, ເວທີປຶກສາຫາລື ອະນາຄົດ ອາຊຽນ ມີການເຂົ້າຮ່ວມຂອງທຸກວົງການ, ລວມທັງການນຳບັນດາປະເທດ ອາຊຽນ, ຄູ່ຮ່ວມມື, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງພົນລະເຮືອນ, ສັງຄົມ, ນັກຮຽນຮູ້ແຖວໜ້າພາກພື້ນ ແລະ ໃນໂລກ, ແມ່ຍິງ, ຊາວໜຸ່ມ… ຜ່ານນັ້ນ, ກໍ່ແບ່ງປັນຫຼາຍບັນຫາ, ແງ່ມູມ, ປະກອບສວ່ນຢັ້ງຢືນທີ່ຕັ້ງຂອງພາກພື້ນ ອາຊຽນ ໃນສະພາບການປັດຈຸບັນ. ດ້ວຍພາກສ່ວນເຂົ້າຮ່ວມທີ່ຫຼາກຫຼາຍ ແລະ ມີລັກສະນະເປີດຄືແນວນັ້ນ, ເວທີປາໄສດັ່ງກ່າວ ໄດ້ປະກອບສ່ວນຊຸກຍູ້ການກະທົບຈາກຫຼາຍສົ້ນ, ສ້າງກາລະໂອກາດເພື່ອໃຫ້ປະຊາຊົນເຂົ້າຮ່ວມວິວັດການຂອງ ອາຊຽນ ຢ່າງເລິກເຊິ່ງກວ້າງຂວາງກວ່າ, ເພື່ອນມິດ, ຄູ່ຮ່ວມມືມີຄວາມເຂົ້າໃຈຕື່ມອີກກ່ຽວກັບ ອາຊຽນ ແລະ ຊຸກຍູ້ການຮ່ວມມື, ການຜູກພັນຢ່າງຮອບດ້ານ, ແທດຈິງກວ່າ ກັບ ອາຊຽນ. ໂດຍເນັ້ນໜັກເຖິງຈຸດໃໝ່ໃນເວທີປາໄສຄັ້ງນີ້, ທ່ານນາງ ປອ. ຟ້າມລານຢຸງ, ຮັກສາການຫົວໜ້າສະຖາບັນການຕ່າງປະເທດ (ກະຊວງການຕ່າງປະເທດ) ຫວຽດນາມ ຢັ້ງຢືນວ່າ:

        “ເວທີປຶກສາຫາລື ແມ່ນບ່ອນພົບປະແລກປ່ຽນລະຫວ່າງບັນດານັກການເມືອງກັບນັກຮຽນຮູ້, ນັກທຸລະກິດທຸກຊັ້ນ ແລະ ຄົນລຸ້ນໜຸ່ມ… ພວກເຮົາລ້ວນແຕ່ຮັບຊາບນຳກັນວ່າ, ບົດບາດຂອງບັນດານັກຮຽນຮູ້ສຳລັບບັນດາການເຄື່ອນໄຫວຂອງ ອາຊຽນ ໄດ້ພັດທະນາແຕ່ດົນນານ. ນະທີ່ນີ້, ພວກເຮົາຕັ້ງຄວາມຫວັງວ່າ ມີຫຼາຍຂໍ້ລິເລີ່ມ, ຂໍ້ສະເໜີແນະທີ່ໄດ້ຍົກອອກມາ ຈະປະກອບສ່ວນໃຫ້ແກ່ການວາງແຜນກຳນົດນະໂຍບາຍຂອງ ອາຊຽນ ເວົ້າລວມ. ໃນປີ 2025, ອາຊຽນ ກໍຈະສ້າງແຜນການ 5 ປີ ຈະມາເຖິງ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ເວທີຂອງປີ 2024 ນີ້ ຈະປະກອບສ່ວນເຂົ້າໃນວິວັດທະນາການນັ້ນ”.  

       ຫວຽດນາມ ຕັ້ງໜ້າສ້າງແຜນກຳນົດອະນາຄົດຂອງ ອາຊຽນ

        ນັບແຕ່ເມື່ອເປັນສະມາຊິກຂອງ ອາຊຽນ ຢ່າງເປັນທາງການ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ມີການປະກອບສ່ວນສຳຄັນໃຫ້ແກ່ ອາຊຽນ. ປັດຈຸບັນ, ຫວຽດນາມ ຍາມໃດກໍແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການຊຸກຍູ້ການຮ່ວມມື, ແກ້ໄຂບັນດາສິ່ງທ້າທາຍເຊິ່ງ ອາຊຽນ ພວມປະເຊີນໜ້າ… ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງ ຫວຽດນາມ ໃນ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢັ້ງຢືນວ່າ:

        “ເຖິງວ່າດຳລົງບົດບາດເປັນປະທານ ອາຊຽນ, ປະຕິບັດໜ້າທີ່ໃນຄະນະເລຂາທິການ ອາຊຽນ ຫຼື ເປັນປະເທດປະສານງານ ກັບບັນດາຄູ່ຮ່ວມມື, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ. ໃນບັນດາເວທີປາໄສສາກົນ, ຫວຽດນາມ ຍາມໃດກໍຊຸກຍູ້ຜົນປະໂຫຍດຂອງບັນດາປະເທດ ອາຊຽນ. ອາດເວົ້າໄດ້ວ່າ, ຫວຽດນາມ ຍາມໃດກໍແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ ອາຊຽນ.”

        ເວທີປາໄສ ອະນາຄົດ ອາຊຽນ 2024 ປຶກສາຫາລື ຫຼາຍເນື້ອໃນສຳຄັນ, ດ້ວຍການເຂົ້າຮ່ວມຂອງຫຼາຍວົງການທີ່ແຕກຕ່າງກັນ, ສືບຕໍ່ປະຕິບັດບົດບາດຕັ້ງໜ້າຂອງ ຫວຽດນາມ ໃນ ອາຊຽນ. ຜ່ານເວທີຄັ້ງນີ້, ຫວຽດນາມ ພ້ອມກັບບັນດາປະເທດສະມາຊິກ ມານະພະຍາຍາມຢັ້ງຢືນກຳນົດບົດບາດເປັນໃຈກາງຂອງ ອາຊຽນ ຄືນໃໝ່, ຍາດແຍ່ງກາລະໂອກາດພັດທະນາໃນສັງກາດດີຈີຕອນ, ສ້າງປະຊາຄົມ ອາຊຽນ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຖືມີປະຊາຊົນເປັນໃຈກາງ./.

ຕອບກັບ

ຂ່າວ/ບົດ​ອື່ນ