ຫວຽດນາມ ປະດິດສ້າງຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ສຳເລັດຜົນ

(VOVWORLD) - ໃນຮອບເວລາພຽງແຕ່ 2 ອາທິດກວ່າ, ນັກວິທະຍາສາດ ຫວຽດນາມ ໄດ້ປະດິດຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ໄດ້ ສຳເລັດ. 

ນີ້ແມ່ນຫົວຂໍ້ຄົ້ນຄວ້າ, ປະດິດສ້າງໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ມອບໃຫ້ສະຖາບັນໝູນໃຊ້ເຕັກໂນໂລຊີປະຕິບັດ. ບັນດາຫຸ່ນຍົນສາມາດເຄື່ອນໄຫວໃນບໍລິເວນແຍກຕົວ ເພື່ອປ່ຽນແທນ, ໜູນຊ່ວຍໃຫ້ພາລະກອນການແພດ ໃນວຽກງານຖູພື້ນໃຊ້ຢາຂ້າເຊື້ອ.

ຫວຽດນາມ ປະດິດສ້າງຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ສຳເລັດຜົນ - ảnh 1 ຫວຽດນາມ ປະດິດສ້າງຫຸ່ນຍົນຖູພື້ນຂ້າເຊື້ອປ້ອງກັນພະຍາດໂຄວິດ-19 ສຳເລັດຜົນ (ພາບ: chinhphu.vn)

        ວັນທີ 15 ເມສາ, ທີ່ໂຮງໝໍພະຍາດເຂດຮ້ອນສູນກາງ, ສາຂາ ກິມຈູງ, ເມືອງ ດົງແອັງ, ຮ່າໂນ້ຍ ໄດ້ທົດລອງການເຄື່ອນໄຫວຂອງຫຸ່ນຍົນຖູພື້ນຂ້າເຊື້ອທີ່ມີຊື່ວ່າ NaRoVid-1. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນວັນກິ໊ງ, ປະທານສະມາຄົມພະນັກງານການແພດສະເພາະພະຍາດຕິດແປດ ຫວຽດນາມ ໃຫ້ຮູ້ວ່າ:

        “ໄວຣັດ SARS-CoV-2 ທີ່ກໍ່ໃຫ້ເກີດພະຍາດໂຄວິດນັ້ນ ແມ່ນພະຍາດທີ່ມີການຕິດແປດຜ່ານທາງລະບົບຫາຍໃຈ. ຜູ້ເບິ່ງແຍງດູແລ, ຮັບໃຊ້, ຖັນແຖວແພດໝໍແມ່ນບຸກຄົນທີ່ມີຄວາມສ່ຽງຕິດແປດຢ່າງສູງ - ນີ້ແມ່ນຄວາມຈິງ. ດັ່ງນັ້ນ, ຫຼັກການແມ່ນ ນອກຈາກເລື່ອງ ປະຕິບັດບັນດາມາດຕະການປ້ອງກັນຢ່າງເຂັ້ມງວດ ແລ້ວ ຄວນຫລຸດຜ່ອນເວລາສຳຜັດຂອງພະນັກງານການແພດ, ຜູ້ຮັບໃຊ້, ເພື່ອຫລຸດຜ່ອນຄວາມສ່ຽງຕິດແປດລົງ, ດັ່ງນັ້ນ, ພວກເຮົາຕ້ອງນຳໃຊ້ຫຸ່ນຍົນ ເພື່ອແທນໃຫ້ມະນຸດ ແລະ ຍິ່ງໄປກ່ວານັ້ນ ແມ່ນກຳລັງຕິດຕັ້ງຂອງຫຸ່ນຍົນ ຈະດີກ່ວາມະນຸດ.

         ກຸ່ມຄົ້ນຄວ້າໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ດັດແປງຫຸ່ນຍົນ ເພື່ອຮັບໃຊ້ໃນວິວັດການເຄື່ອນໄຫວຕົວຈິງໃຫ້ດີກ່ວາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ