ຫວຽດນາມ ປະຢັດໄຟຟ້າ 298.000 ກີໂລວັດໂມງ ພາຍຫຼັງມອດໄຟສະໜັບສະໜູນໂມງໜ່ວຍໂລກ 2023

(VOVWORLD) -ໂມງໜ່ວຍໂລກແມ່ນເຫດການສາກົນຈັດຂຶ້ນປະຈຳປີ ໂດຍອົງການສາກົນກ່ຽວກັບການປົກປັກຮັກສາທຳມະຊາດ (WWF) ລີເລີ່ມແຕ່ປີ 2007.
ຫວຽດນາມ ປະຢັດໄຟຟ້າ 298.000 ກີໂລວັດໂມງ ພາຍຫຼັງມອດໄຟສະໜັບສະໜູນໂມງໜ່ວຍໂລກ 2023 - ảnh 1ພິທີມອດໄຟສະໜັບສະໜູນໂມງໜ່ວຍໂລກ 2023
(ພາບ: dangcongsan.vn)

ໃນເວລາ 20 ໂມງ 30 ນາທີ, ຕອນຄ່ຳວັນທີ 25 ມີນາ, ພິທີມອດໄຟສະໜັບສະໜູນໂມງໜ່ວຍໂລກ 2023 ໄດ້ຈັດຂຶ້ນໃນທົ່ວປະເທດ. ພາຍຫຼັງມອດໄຟເປັນເວລາ 1 ຊົ່ວໂມງໄດ້ປະຢັດແຫຼ່ງໄຟຟ້າແມ່ນ 298.000 ກີໂລວັດໂມງ (ເກືອບ 24.000 USD).

   ໂມງໜ່ວຍໂລກແມ່ນເຫດການສາກົນຈັດຂຶ້ນປະຈຳປີ ໂດຍອົງການສາກົນກ່ຽວກັບການປົກປັກຮັກສາທຳມະຊາດ (WWF) ລີເລີ່ມແຕ່ປີ 2007. ມາຮອດປະຈຸບັນ, ຢູ່ ຫວຽດນາມ, ບັ້ນເຄື່ອນໄຫວນີ້ໄດ້ສ້າງການຫັນປ່ຽນຕັ້ງໜ້າໃນຊຸມຊົມກ່ຽວກັບຄວາມຮັບຮູ້ຄວາມໝາຍ, ຜົນປະໂຫຍດຂອງການປະຢັດໄຟຟ້າ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບັ້ນເຄື່ອນໄຫວໂມງໜ່ວຍໂລກແມ່ນແຜ່ຂະຫຍາຍເຖິງທຸກອົງການ, ຫົວໜ່ວຍ, ວິສາຫະກິດ, ໂຮງຮຽນ, ຄອບຄົວ ແລະ ພົນລະເມືອງແຕ່ລະຄົນ.

ແຕ່ລະປີ, ບັ້ນເຄື່ອນໄຫວໂມງໜ່ວຍໂລກ ໄດ້ຍົກອອກສານທີ່ແຕກຕ່າງກັນ, ແຕ່ພັດມີຄວາມໝາຍດຽວ, ນັ້ນແມ່ນການປ້ອງກັນ ແລະ ຮັກສາໃຫ້ໜ່ວຍໂລກຂຽວງາມກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ