ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ຈີນ

(VOVWORLD) - ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ,.
ຫ​ວຽດ​ນາມ ພວມ​ຕິດ​ຕາມ​ກຳ​ປັ່ນຊ້​ຽງ​ຢາງ​ຮົງ 10 ຂອງ​ຈີນ - ảnh 1ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ 
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ການຖະແຫຼງຂ່າວນັດສາມັນ ທີ່ໄດ້ດຳເນີນຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງກຳປັ່ນຊ້ຽງຢາງຮົງ 10 ຂອງຈີນ ທີ່ລ່ວງລ້ຳເຂດເສດຖະກິດພິເສດຂອງ ຫວຽດນາມ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຫງວຽນດຶກທັງ ໃຫ້ຮູ້ວ່າ:

ບັນດາກຳລັງປະຕິບັດກົດໝາຍຢູ່ທະເລຂອງ ຫວຽດນາມ ຍາມໃດກໍ່ຕິດຕາມທຸກການຜັນແປທີ່ກ່ຽວຂ້ອງ ແລະ ພຍວມເດັດດຽວ, ຢຶດໝັ້ນປົກປ້ອງການປະຕິບັດບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ຢູ່ເຂດທະເລຂອງຕົນ ທີ່ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງ ສປຊ (UNCLOS 1982) ແລະ ກົດໝາຍ ຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນທີ 25 ພຶດສະພາ, ຕໍ່ໜ້າເຫດການດັ່ງກ່າວ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ, ຢຸດຕິການເຄື່ອນໄຫວລ່ວງລ້ຳ ຖອນກຳປັ່ນຊ້ຽງຢາງຮົງ 10 ແລະ ບັນດາກຳປັ່ນຕຳຫຼວດ, ກຳປັ່ນຫາປາອອກຈາກເຂດທະເລ ຫວຽດນາມ, ເຄົາລົບອຳນາດອະທິປະໄຕ, ອຳນາດສານຂອງ ຫວຽດນາມ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຮັກສາສັນຕິພາບ, ການຮ່ວມມືແລະ ພັດທະນາຢູ່ທະເລຕາເວັນອອກ, ປະກອບສ່ວນເຂົ້າໃນການພັດທະນາການພົວພັນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ