ຫວຽດ​ນາມ ພ​ວມ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ​ໃນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວສານ ແລະ ​ຖະ​ແຫຼງ​ຂ່າວ

(VOVWORLD) -ຕອນບ່າຍວັນທີ 14 ຕຸລາ, ທີ່ການໂອ້ລົມສົນທະນາ ດ້ວຍຫົວຂໍ້ “Why ຫວຽດນາມ” ໄດ້ຈັດຂຶ້ນໃນຂອບເຂດກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ 2021.

ຫວຽດ​ນາມ ພ​ວມ​ບືນ​ຕົວ​ຂຶ້ນ​ຢ່າງ​ແຮງ​ໃນ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວສານ ແລະ ​ຖະ​ແຫຼງ​ຂ່າວ - ảnh 1ພາບປະກອບ:  TTXVN

ຕາມທ່ານ ຫງວຽນແທັງຕວຽນ, ຮອງຫົວໜ້າກົມເຕັກໂນໂລຢີຂໍ້ມູນຂ່າວສານ (ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ) ແລ້ວ, ຫວຽດນາມ ມີຂອບຂະໜາດປະຊາກອນໃຫຍ່, ມີ GDP ຖືກຈັດຢູ່ອັນດັບທີ 40 ໃນໂລກ ແລະ ທີ 4 ໃນອາຊຽນ. ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ບືນຕົວຂຶ້ນລື່ນກາຍຫຼາຍປະເທດມະຫາອຳນາດ ກ່ຽວກັບຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ບາງຂົງເຂດໄດ້ລອດເຂົ້າໄປຢູ່ໃນ Top 10 ປະເທດໃນໂລກ.

ໂຄງການຫັນເປັນດີຈີຕອນ ແຫ່ງຊາດ ຂອງ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຄວບຄູ່ນັ້ນ ແມ່ນທັງພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພ້ອມທັງຫາກໍ່ສ້າງຕັ້ງວິສາຫະກິດ ເຕັກໂນໂລຢີດີຈີຕອນ ຫວຽດນາມ ທີ່ມີກຳລັງຄວາມສາດອອກສູ່ທົ່ວໂລກ.

ແລະກໍ່ໃນຕອນບ່າຍວັນທີ 14 ຕຸລາ, ໃນຂອບເຂດກອງປະຊຸມ ແລະ ງານວາງສະແດງໂລກດີຈີຕອນ 2021 ໄດ້ດຳເນີນ ກອງປະຊຸມໂຕະມົນຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ວ່າ “ຫັນຊີວິດປະຈຳວັນເປັນດີຈີຕອນ: ຊຸກຍູ້ການບໍລິການສາທາລະນະ ການຫັນເປັນດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ