ຫວຽດນາມ, ຟີລິບປິນ ແລະ ອາເມລິກາ ຄັດຄ້ານບັນດາການ ກະທຳຜິດພາດ ຂອງຈີນຢູ່ ທະເລຕາເວັນອອກ

ຫວຽດນາມ, ຟີລິບປິນ ແລະ ອາເມລິກາ ຄັດຄ້ານບັນດາການ ກະທຳຜິດພາດ ຂອງຈີນຢູ່ ທະເລຕາເວັນອອກ - ảnh 1
ທ່ານ ​ເລື່ອງ​ແທງ​ງິ ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ 

(vovworld)- ​ເມື່ອ​ບໍ່​ດົນ​ມາ​ນີ້, ຄະນະກຳມະການປົກຄອງແຂວງ ໄຮໜຳຂອງຈີນ ໄດ້ຮັບຮອງ ເອົາຮ່າງ ປັບປຸ່ງມາດຕະການປະຕິບັດກົດໝາຍວ່າດ້ວຍການປະມົງແຫ່ງປະເທດຈີນ ຂອງແຂວງໄຮໜຳ ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 1/1/2014 ເປັນຕົ້ນໄປ. ຕາມນັ້ນແລ້ວ, ຊາວຕ່າງປະເທດ ແລະ ກຳປັ່ນຫາປາຂອງຕ່າງ ປະເທດ​ເມື​ອ່​ເຂົ້າ​ໄປ​ເຂດ​ນ່ານ​ນ້ຳແຂວງ ໄຮໜຳເພື່ອປະຕິບັດການປະມົງ ແລະ ເຄື່ອນໄຫວສຳຫຼວດຊອກຫາຊັບພະຍາກອນນັ້ນ, ຈະຖືກຂັບ​ໄລ່ ​ແລະ ອາດ​ຈະ​ຖຶກຢຶດຊັບ​ສິນ, ປັບ​ໄໝ​ລົງ​ໂທດ​ທາງ​ບໍລິຫານ...ວັນ​ທີ 24/12/2013, ກະຊວງ​ກະ​ສີ​ກຳ​ຈີນ​ໄດ້​ອອກ​ແຈ້ງ​ການປະກາດ​ກ່ຽວ​ກັບ​ເວລາ​ພັກ​ການ​​ເຄື່ອນ​ໄຫວຈັບ​ຫາ​ປາ​ດ້ວຍ​ແຫ​ຢູ່​ບາງ​ບໍລິ​ເວນ​ຂຶ້ນ​ກັບ​ອະທິປະ​ໄຕ, ສິດ​ມີ​ອະທິປະ​ໄຕ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ແລະ ​ໃນ​ມໍ່​ມາ​ນີ້, ທາງ​ຝ່າຍ​ຈີນ​ກໍ​ໄດ້​ສະ​ເໜີ​ຕໍ່​ຜູ້​ອ່ານ​ກ່ຽວ​ກັບ​ເວັບ​ໄຊ ​ແລະ ໜັງສືພິມ​ສະບັບ​ທຳ​ອິດ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ ນະຄອນ​ຊາ​ນຊາ ” ; ການ​ຍັກ​ລະດັບ​ສະຖານີ​ອຸຕຸນິຍົມ​ຢູ່​ເກາະ​ຈຳນວນ​ໜຶ່ງ​ໃນ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດນາມ.

   ຫວຽດນາມ, ຟີ​ລິບ​ປິນ ​ແລະ ອາ​ເມ​ລິ​ກາ​ໄດ້​ມີປະຕິກິ​ລີ​ຍາຄັດ​ຄ້ານ​ບັນດາ​ການ​ກະທຳ​ນີ້​ຂອງ​ຈີນ.ວັນ​ທີ 10/1/2014, ຕອບ​ສຳພາດ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​, ທ່ານ ​ເລື່ອງ​ແທງ​ງິ ຊີ້​ແຈ້ງວ່າ : 

   “ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຝ່າຍ​ຈີນ, ​ແມ່ນ​ຜິດ​ກົດໝາຍ ​ແລະ ບໍ່​ມີ​ຄຸນຄ່າ​ແຕ່​ຢ່າງ​ໃດ, ລວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ເຈືອງ​ຊາ​ ​ແລະ ຮ່ວາງ​ຊາຂອງ​ຫວຽດນາມ, ສິດ​ມີ​ອະທິປະ​ໄຕ ​ແລະ ສິດ​ນຳ​ສະ​ເໜີ​ໃຫ້​ຢັ້ງຢືນ​ຄວາມ​ຖືກຕ້ອງ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກຕາມ ສົນທິສັນຍາ​ຂອງ​ສ.ປ.ຊກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ບໍ່​ສອດຄ່ອງ​ກັບ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ລະຫວ່າງ​ຫວຽດນາມ ​ແລະ ຈີນ, ​ໄປ​ຝືນ​ກັບ​ຈິດ​ໃຈ​ຖະ​ແຫຼ​ງການ DOC , ​ເຮັດ​ໃຫ້​ສະພາບ​ການ​ຢູ່ ທະ​ເລ​ຕາ​ເວັນ​ອອກ ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມ​ສະ​ເໜີ​ຈີນ​ຈົ່ງ​ລົບ​ລ້າງ​ບັນດາ​ການ​ກະທຳຜິດພາດ​ນີ້​ໃນ​ທັນທີ, ປະກອບສ່ວນ​​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ” 

ຂ່າວ/ບົດ​ອື່ນ