ຫວຽດນາມ ມີ 29 ໂຮງງານໄຟຟ້າເຂົ້າຮ່ວມຕະຫຼາດພະ ລັງງານໄຟຟ້າແກ່ງ ແຍ້ງ

ຫວຽດນາມ ມີ 29 ໂຮງງານໄຟຟ້າເຂົ້າຮ່ວມຕະຫຼາດພະ ລັງງານໄຟຟ້າແກ່ງ ແຍ້ງ - ảnh 1
ພາບປະກອບ

(vovworld) - ວັນ​ທີ 1/7, ຕະຫຼາດພະລັງງານ​ໄຟຟ້າ​ແກ່ງ​ແຍ້​ງ​ໄດ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ ດ້ວຍ​ໂຮງ​ງານ​ໄຟຟ້າ 29 ​ແຫ່ງ​ເຂົ້າ​ຮ່ວມ​​ໄດ້​ມອບ​ສາລະບານ​ຈ່າວ​ລາຄາ​ກັບບໍລິສັດ​ຊື້ - ຂາຍ​ໄຟຟ້າ. ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ວິວັດ​ທະ​ນາ​ການ​ມຸ້ງ​ໄປ​ເຖິງ​ຕະຫຼາດ​ຂາຍຍ່ອຍ​ແກ່ງ​ແຍ້​ງ. ​ໂຮງ​ງານ​ໄຟ​ຟ້າ 29 ​ແຫ່ງ​ເຂົ້າ​ຮ່ວມ​ຕະຫຼາດ​ພະລັງງານ​ໄຟຟ້າ​ແກ່ງ​ແຍ້​ງລວມມີ: ໂຮງ​ງານ​ໄຟຟ້າ​ນ້ຳ​ຕົກ 13 ​​ແຫ່ງ, ໂຮງ​ງານ​ໄຟຟ້າ​​ໃຊ້​ພະລັງຄວາມ​ຮ້ອນ 11 ​​ແຫ່ງ, ໂຮງ​ງານ​ໄຟຟ້າ​ແຮງ​ລົມ 5 ​ແຫ່ງ, ທີ່​ມີ​ຍອດ​ກຳລັງ​ການ​ຜະລິດ​ໄຟຟ້າ 9.000 MW. ຄຽງ​ຂ້າງ​ນັ້ນ, ມີ​ໂຮງ​ງານ​ໄຟຟ້າ 26 ​ແຫ່ງ​ໄດ້​ເຂົ້າ​ຮ່ວ​ມ​​ຕະຫຼາດ​ນີ້ໂດຍ​ທາງ​ອ້ອມ. ນອກຈາກ​ນັ້ນ, ມີ​ໂຮງ​ງານ​ອີກ 20 ​ແຫ່ງ​​ກໍ​ນອນ​ໃນ​ບັນຊີ​ລາຍ​ຊື່​ສຳຮອງ​ເຂົ້າ​ຮ່ວມ​ຕະຫຼາດ​ພະລັງງານ​ໄຟຟ້າ​ແກ່ງ​ແຍ້​ງ​ເມື່ອ​ເຂົ້າ​ເຄື່ອນ​ໄຫວ​ການ​ຄ້າ​ຢ່າງ​ເປັນ​ທາງ​ການ. ຕາມ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ - ການ​ຄ້າຫວຽດນາມ Hoang Quoc Vuong ​ແລ້ວ, ​ເລື່ອງ​​ຕະຫຼາດ​ພະລັງ​ງານ​ໄຟຟ້າ​ແກ່ງ​ແຍ້​ງເຄື່ອນ​ໄຫວຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1/7 ​ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ມຸ້ງ​ໄປ​ເຖິງ​ຕະຫຼາດ​​ແຫ່ງ​ໜຶ່ງ​ທີ່​ສຳ​ເລັດ​ບໍລິບູນ​ໃນ​ປີ 2022, ໝາຍຄວາມ​ວ່າ​ແມ່ນຕະຫຼາດ​ຂາຍ​ຍ່ອຍ​ແກ່ງ​ແຍ້​ງ. ທ່ານ​ເວົ້າ​ວ່າ:

“ຄວາມ​ຫວັງ​ຕໍ່​ເລື່ອງ​ລາຄາ​ໄຟຟ້າ​ຈະ​ຫຼຸດ​ລົງ​ໃນ​ທັນທີ ​ເມື່ອ​ຕະຫຼາດ​ພະລັງງານໄຟຟ້າ​ແກ່ງ​ແຍ້​ງ​ຢ່າງ​ຂ້ຽວຂາດ, ຍ້ອນ​ວ່າ​ປະຈຸ​ບັນລາຄາ​ໄຟຟ້າ​ຢູ່​ປະ​ເທດ​ເຮົາ​ຖືກຖື​ວ່າ​ແມ່ນ​ຕຳ່​ສຸດ​ເມື່ອ​ທຽບ​ກັບ​ລາຄາ​ໄຟຟ້າ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ປະຈຸ​ບັນ, ມີ​ຫຼາຍ​ຫົວໜ່ວຍ​​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ໄຟຟ້າ, ພິ​ເສດ​ແມ່ນ​ບັນດາ​ໂຮງ​ງານໄຟຟ້າ​ພວມ​ຢູ່ໃນ​ສະພາບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ດ້ານ​ການ​ເງິນ, ດັ່ງ​ນັ້ນ​ເມື່ອ​ພວກ​ເຮົາ​ມີ​ຕະຫຼາດ​ພະລັງ​ງານ​ໄຟຟ້າ​ແກ່ງ​​ແຍ້​ງຄື​ແນວ​ນັ້ນ ​ລາຄາ​ກໍ​ມີ​ຍາມຈະ​ຫຼຸດ​ລົງ ​ແລະ ​ເພີ່ມ​ຂຶ້ນຕາມ​ໄລຍະ.”

 

 

 

ຂ່າວ/ບົດ​ອື່ນ