ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາກ​ຢາ​ກ​ໃຫ້ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ຢູ​ແກຼນ​ຈົ່ງ​​ອົດ​ກັ້ນ, ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ

(VOVWORLD) -ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຕາມນັ້ນແລ້ວການຂັດແຍ້ງ, ຄວາມບໍ່ລົງລອຍສາກົນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ.



ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາກ​ຢາ​ກ​ໃຫ້ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຢູ່​ຢູ​ແກຼນ​ຈົ່ງ​​ອົດ​ກັ້ນ, ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: TTXVN)

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ Sergey Lavrov ໃນຕອນຄ່ຳວັນທີ 15 ມີນາ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ  ຢູແກຼນ Dmitro Kuleba ໃນຕອນຄ່ຳວັນທີ 16 ມີນາ ເພື່ອແນໃສ່ແລກປ່ຽນກ່ຽວກັບສະພາບການປະທະກັນຢູ່ ຢູແກຼນ

ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ, ຕາມນັ້ນແລ້ວການຂັດແຍ້ງ, ຄວາມບໍ່ລົງລອຍສາກົນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງ ກົດບັດ ສປຊ ແລະ ກົດໝາຍສາກົນ, ເປັນຕົ້ນແມ່ນຫຼັກການເຄົາລົບເອກລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ.

ທ່ານລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມແມ່ນ ເພື່ອນມິດທີ່ເປັນມູນເຊື້ອຢ່າງສະໜິດແໜ້ນກັບ ລັດເຊຍ ແລະ ຢູແກຼນ, ດັ່ງນັ້ນ ຫວຽດນາມ ມີຄວາວມປາດຖະໜາຢາກ ບັນດາຝ່າຍຈົ່ງອົດກັ້ນ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ສືບຕໍ່ມານະພະຍາຍາມເຈລະຈາເພື່ອແນໃສ່ຊອກຫາມາດຕະການຍາວນານບົນພື້ນຖານສອດຄ່ອງກັບກົດໝາຍສາກົນ ແລະ ຄຳນຶງເຖິງຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍ, ທ່ານກໍ່ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວຈະກັບປະຊາຄົມສາກົນ ປະກອບສ່ວນໃຫ້ແກ່ວິວັດການນີ້.

ສ່ວນລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຢູແກຼນກໍ່ລ້ວນແຕ່ຢັ້ງຢືນຄວາມປາດຖະໜາກຢາກສືບຕໍ່ຮັກສາ ແລະ ເພີ່ມທະວີການຮ່ວມມືກັບ ຫວຽດນາມ, ໂດຍກໍ່ຢັ້ງຢືນວ່າ ຈະມານະພະຍາຍາມໜູນຊ່ວຍການຍົກຍ້າຍພົນລະເມືອງຫວຽດນາມອອກຈາກເຂດສູ້ຮົບ ຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ