ຫວຽດນາມ ມຸ່ງໄປເຖິງການພັດທະນາອາຊີບຫາປາແບບຍືນຍົງ ແລະ ມີຄວາມຮັບຜິດຊອບ

(VOVWORLD) - ເລື່ອງສິນໃນນ້ຳ ຫວຽດນາມ ຖືກ EU ໃຫ້ “ບັດເຫຼືອງ” ແມ່ນຮົ້ວກີດຂວາງ, ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ປັບປຸງອາຊີບຫາປາຄືນໃໝ່
ຫວຽດນາມ ມຸ່ງໄປເຖິງການພັດທະນາອາຊີບຫາປາແບບຍືນຍົງ ແລະ ມີຄວາມຮັບຜິດຊອບ - ảnh 1 ພາບປະກອບ

ວັນທີ 23 ເມສາ, ສິ້ນສຸດກຳນົດເວລາ 6 ເດືອນ (23 ຕຸລາ 2017 – 23 ເມສາ 2018) ເຊິ່ງ EU ຍົກອອກໃຫ້ ຫວຽດນາມ ແກ້ໄຂບັນດາຂໍ້ສະເໜີແນະເພື່ອແນໃສ່ຍົກເລີກ “ບັດເຫຼືອງ” ໃຫ້ແກ່ການ ຂຸດຄົ້ນສິນໃນນ້ຳ.

        ທ່ານ ຫງວຽນກວາງຮູ່ງ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ (ກະຊວງກະສິກຳ ແລະ ພັດທະນາຊົນນະບົດ), ຖືວ່າ, ເລື່ອງສິນໃນນ້ຳ ຫວຽດນາມ ຖືກ EU ໃຫ້ “ບັດເຫຼືອງ” ແມ່ນຮົ້ວກີດຂວາງ, ແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ປັບປຸງອາຊີບຫາປາຄືນໃໝ່; ມຸ່ງໄປເຖິງການພັດທະນາອາຊີບຫາປາແບບຍືນຍົງ ແລະ ມີຄວາມຮັບຜິດຊອບ. ສຳລັບ 9 ຂໍ້ສະເໜີແນະເຊິ່ງ EC ໄດ້ຍົກອອກມາໃນປະຈຸບັນ ລ້ວນແຕ່ມີຄວາມໝາຍສຳລັບອາຊີບຫາປາຂອງ ຫວຽດນາມ. ປະຈຸບັນ, ບັນດາຂໍ້ສະເໜີແນະນີ້ໄດ້ນຳເຂົ້າໃນກົດໝາຍວ່າດ້ວຍສິນໃນນ້ຳ ແລະ ຈະມີຜົນສັກສິດໃນເດືອນ ມັງກອນ 2019.

        ປະຈຸບັນ, ທ່ານນາຍົກລັດຖະມົນຕີ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາອົງການຄຸ້ມຄອງສິນໃນນ້ຳທ້ອງຖິ່ນ ພວມມຸ່ງໄປເຖິງການເກືອດຫ້າມ ແລະ ຢຸດຕິການຂຸດຄົ້ນຜິດກົດໝາຍຢູ່ເຂດທະເລຕ່າງປະເທດຢ່າງສິ້ນເຊິງ. ໃນໄລຍະປະຈຸບັນ, ບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງກໍ່ມີບັນດາມາດຕະການເຖິງຊາວປະມົງ ແລະ ວົງຄະນະຍາດຢູ່ທ້ອງຖິ່ນຫ້າມຫາປາຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ