ຫວຽດນາມ ມີມາດຕະການຮັບມືຢ່າງໄວວາ ແລະ ຊ່ວຍເຫຼືອບັນດາປະເທດອື່ນສະກັດກັ້ນກັບໂຄວິດ-19

(VOVWORLD) - ສື່ມວນຊົນສາກົນສືບຕໍ່ມີບັນດາບົດຂຽນຕີລາຄາວ່າ ຫວຽດນາມ ມີຄວາມໝັ້ນຄົງໃນການຮັບມືກັບໂລກລະບາດໂຄວິດ-19 ຍ້ອນມີມາດຕະການຮັບມືຢ່າງໄວວາ, ຂ້ຽວຂາດ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຕົວຈິງ ແລະ ຊ່ວຍເຫຼືອບັນດາປະເທດອື່ນໃນການຕໍ່ສູ້ນີ້. 
ຫວຽດນາມ ມີມາດຕະການຮັບມືຢ່າງໄວວາ ແລະ ຊ່ວຍເຫຼືອບັນດາປະເທດອື່ນສະກັດກັ້ນກັບໂຄວິດ-19 - ảnh 1

ຕາມວິທະຍຸກະຈາຍສຽງ NPR (ອາເມລິກາ) ແລ້ວ, ຜົນສຳເລັດຂອງ ຫວຽດນາມ ໃນການຕໍ່ສູ້ກັບໂຄວິດ-19 ແມ່ນການປະຕິບັດນະໂຍບາຍຢ່າງຂ້ຽວຂາດກ່ຽວກັບການແຍກຫ່າງໃນສັງຄົມໂດຍໄວ, ພາຍໃຕ້ການຊີ້ນຳຢ່າງແຮງ ແລະ ມີກົດລະບຽບວິໄນທີ່ເປັນລະບົບຂອງລັດຖະບານ, ກໍ່ຄືອີງໃສ່ບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດກ່ອນນັ້ນ.

        ໃນຂະນະນັ້ນ, ໜັງສືພິມ Nikkei Asian Review ໄດ້ຕີລາຄາວ່າ ບັນດາມາດຕະການຂອງ ຫວຽດນາມ ໃນການສະກັດກັ້ນໂຄວິດ-19 ແມ່ນເພື່ອຜົນປະໂຫຍດຂອງທົ່ວວົງຄະນະຍາດ. ໜັງສືພິມ East Asia Forum ໃຫ້ຂໍ້ສັງເກດວ່າ ພາຍຫລັງສິ່ງທ້າທາຍອັນຮ້າຍແຮງນີ້, ສຽງເວົ້າຂອງ ຫວຽດນາມ ຍິ່ງສຳຄັນກ່ວາ ແລະ ເຕັມໄປດ້ວຍລັກສະນະຊວນເຊື່ອ, ບໍ່ພຽງແຕ່ຢູ່ເວທີປາໄສພາກພື້ນເທົ່ານັ້ນ ຫາກຍັງຢູ່ບົນເວທີສາກົນອີກດ້ວຍ.

        Bloomberg ໄດ້ໃຫ້ຂ່າວວ່າ ຫວຽດນາມ ໄດ້ມອບຜ້າອັດປາກ-ດັງ 250.000 ອັນໃຫ້ ອາເມລິກາ, ມອບສົ່ງຜ້າອັດປາກ-ດັງ ແລະ ອຸປະກອນການແພດທີ່ມີມູນຄ່າ 100.000 USD ໃຫ້ ຍີ່ປຸ່ນ ແລະ ກ່ອນໜ້ານັ້ນ ຫວຽດນາມ ກໍ່ໄດ້ມອບໃຫ້ບັນດາປະເທດບ້ານໃກ້ເຮືອນຄຽງຄື ກຳປູເຈຍ, ລາວ ແລະ ບັນດາປະເທດ ເອີຣົບ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ