ໂລກຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ກ່ວາ 170.000 ຄົນ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ອັບເດັດໃນເວລາ 8 ໂມງ 00 ນາທີ, ວັນທີ 21 ເມສາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 2.470.343 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 170.340 ຄົນ. 

ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໂລກໄດ້ຮັບຮູ້ບັນດາການຜັນແປຢ່າງຕັ້ງໜ້າໃນການຕໍ່ສູ້ຄວບຄຸມໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ກ່ວາ 63.000 ຄົນ ແລະ  ຜູ້ເສຍຊີວິດກ່ວາ 5000 ຄົນ.

        ເຖິງວ່າ ຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຢູ່ ອາເມລິກາ ຫລຸດລົງໜ້ອຍໜຶ່ງກໍ່ຕາມ, ແຕ່ສະແດງໃຫ້ເຫັນສັນຍານຕັ້ງໜ້າ. ໄລ່ຮອດຕອນເຊົ້າວັນທີ 21 ເມສາ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ແມ່ນ 792.440 ຄົນ, ເພີ່ມຂຶ້ນກ່ວາ 27.800 ຄົນ ແລະ ຈຳນວນຜູ້ເສຍຊີວິດເກືອບ 42.500 ຄົນ. ປັດຈຸບັນ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິເກືອບ 72.000 ຄົນ.

        ຢູ່ ອາຊຽນ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ໄດ້ລື່ນກາຍຈຳນວນ 30.000 ຄົນ. ສິງກະໂປ ແມ່ນປະເທດທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດໃນພາກພື້ນ ດ້ວຍຈຳນວນຜູ້ມີຜົນກວດເລືອດເປັນບວກກັບໄວຣັດ SARS-CoV-2 ກ່ວາ 8000 ຄົນ, ເພີ່ມຂຶ້ນ 1.426 ຄົນ, ໃນນັ້ນ ມີ 11 ຄົນເສຍຊີວິດ. 90% ຈຳນວນຜູ້ຕິດເຊື້ອຢູ່ ສິງກະໂປ ແມ່ນກ່ຽວຂ້ອງເຖິງຊາວຜູ້ອອກແຮງງານຕ່າງປະເທດ.

        ອິນໂດເນເຊຍ ລາຍງານວ່າ ມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 185 ຄົນ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ປະເທດນີ້ ແມ່ນ 6.760 ຄົນ, ໃນນັ້ນ ມີ 590 ຄົນເສຍຊີວິດ.

        ຫວຽດນາມ, ລາວ, ກຳປູເຈຍ ແລະ Timor Leste ແມ່ນບັນດາປະເທດ ອາຊຽນ ຍັງບໍ່ທັນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຈັກຄົນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ