ຫວຽດນາມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ

(VOVWORLD) -  ຕອນບ່າຍວັນທີ 26 ມິຖຸນາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ໄດ້ດຳເນີນວາລະປະຊຸມພິເສດກ່ຽວກັບເລື່ອງເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນຍຸກສະໄໝດີຈີຕອນ. 

ນີ້ເປັນຄັ້ງທຳອິດໃນປະຫວັດສາດ, ບັນດາການນຳ ອາຊຽນ ຈັດຕັ້ງການເຄື່ອນໄຫວນີ້ ຕາມຂໍ້ລິເລີ່ມຂອງ ຫວຽດນາມ, ແນໃສ່ຢັ້ງຢືນຄຳໝັ້ນສັນຍາໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຍົກສູງບົດບາດຂອງແມ່ຍິງໃນວິວັດການກໍ່ສ້າງປະຊາຄົມ, ພັດທະນາເສດຖະກິດ-ສັງຄົມ ໃນອາຊຽນ.

ຫວຽດນາມ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມວາລະປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມພິເສດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສັງກາດດີຈີຕອນ, ການປະຕິວັດອຸດສາຫະກຳ 4.0 ພວມນຳມາເຊິ່ງສິ່ງທ້າທາຍຫລາຍຢ່າງ, ພິເສດແມ່ນສຳລັບແມ່ຍິງ. ທ່ານກ່າວວ່າ:

        “ການປະຕິວັດອຸດສາຫະກຳຄັ້ງທີ 4 ໄດ້ ແລະ ພວມເປີດກາລະໂອກາດອັນໃຫຍ່ຫລວງ ໃຫ້ແກ່ມວນມະນຸດ ແລະ ມອບຫລາຍສິດອຳນາດໃຫ້ແມ່ຍິງ, ຊ່ວຍເຂົາເຈົ້າປັດປ່ອຍຄວາມສາມາດບົ່ມຊ້ອນ, ຜ່ານຜ່າບັນດາສິ່ງກີດຂວາງ ແລະ ສິ່ງທ້າທາຍໃນປະຈຸບັນ, ສ້າງການປ່ຽນແປງຈຳເປັນຂອງອະນາຄົດ. ເປັນປະທານ ອາຊຽນ 2020, ຫວຽດນາມ ໃຫ້ບຸລິມະສິດໃນການປະຕິບັດບັນດາຄຳໝັ້ນສັນຍາ, ໂຄງການ, ແຜນການສັງລວມຢ່າງຄົບຊຸດ, ຕິດພັນບັນດາກົນໄກກ່ຽວກັບແມ່ຍິງ, ປະຕິບັດການສ້າງປະຊາຄົມ ອາຊຽນ ມຸ່ງໄປເຖິງປະຊາຊົນ ແລະ ຖືປະຊາຊົນເປັນໃຈກາງໃຫ້ປະກົດຜົນເປັນຈິງ.

       ໃນຂະນະນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຖືວ່າ: ເລື່ອງຈັດຕັ້ງວາລະປະຊຸມດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງໃນຂັ້ນສູງຂອງ ອາຊຽນ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດອຳນາດໃຫ້ແກ່ແມ່ຍິງ.

        ຊົມເຊີຍ ແລະ ຕີລາຄາສູງຕໍ່ຫົວເລື່ອງຂອງວາລະປະຊຸມໂດຍຫວຽດນາມ ສະເໜີນັ້ນ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ຢັ້ງຢືນວ່າ ອາຊຽນ ຕັດສິນໃຈມີການກະທຳຢ່າງແຮງກ່ວາ ຍ້ອນມີການເຂົ້າຮ່ວມຂອງແມ່ຍິງໃນບົດບາດເປັນການນຳດ້ານການເມືອງໃນໂລກແຫ່ງການຜັນປ່ຽນ ແລະ ຂາດສະຖຽນລະພາບ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ