ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 4 ຄົນທີ່ມາຈາກຕ່າງປະເທດ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 19 ມັງກອນ ຫາ 18 ໂມງຂອງວັນທີ 20 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 4 ຄົນທີ່ມາຈາກອາເມລິກາ ແລະ ສ.ເກົາຫຼີ
ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 4 ຄົນທີ່ມາຈາກຕ່າງປະເທດ - ảnh 1ພາບປະກອບ

ວັນທີ 20 ມັງກອນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນ ໂລກລະບາດໂຄວິດ - 19ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 19 ມັງກອນ ຫາ 18 ໂມງຂອງວັນທີ 20 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ຕື່ມອີກ 4 ຄົນທີ່ມາຈາກອາເມລິກາ ແລະ ສ.ເກົາຫຼີ ແລະ ໄດ້ແຍກຕົວ ຢູ່ນະຄອນໂຮ່ຈິມິນ ພາຍຫຼັງເຂົ້າເມືອງໂດຍທັນທີ.

    ສະນັ້ນ, ມາຮອດ ປັດຈຸບັນ ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 1.544  ຄົນ. ໄດ້ປິ່ນປົວຫາຍດີໃຫ້ 1.406 ຄົນ ແລະ ມີ 35 ຄົນເສຍຊີວິດ .

ຕອບກັບ

ຂ່າວ/ບົດ​ອື່ນ