ຫວຽດນາມ ຢືນວັນອັນດັບທີ 2 ກ່ຽວກັບດັດຊະນີຄວາມ ຜາສຸກທົ່ວໂລກປີ 2012

ຫວຽດນາມ ຢືນວັນອັນດັບທີ 2 ກ່ຽວກັບດັດຊະນີຄວາມ ຜາສຸກທົ່ວໂລກປີ 2012 - ảnh 1

(ພາບປະກອບ)

( vovworld ) –  ​ຫວຽດນາມ ຢືນ​ອັນ​ດັບ​ທີ 2 ​ໃນ​ຈຳນວນ​ບັນດາ​ປະ​ເທດ​ມີ​ຄວາມສຸກ​ທີ່​ສຸດ​ໃນ​ໂລກ ກ່ຽວ​ກັບ​ຂົງ​ເຂດ​ນຳ​ໃຊ້​ບັນດາ​ແຫຼ່ງຊັບ​ພະຍາກອນ​ສິ່ງ​ແວດ​ລ້ອມ ​ເພື່ອ​ນຳ​ມາ​ເຊີ່ງ​ຊີວິດ​ທີ່ມີ​ຄວາມ​ຜາ​ສຸກ ​ແລະ ອາ​ຍຸຍືນ​ຍາວ​​ໃຫ້​ແກ່​ປະຊາຊົນ. ນັ້ນ​ແມ່ນ​ບັນຊີ​ລາຍ​ຊື່​ຈັດ​ອັນ​ດັບ​ດັດຊະນີ​ຄວາມ​ຜາ​ສຸກ​ໃນ​ໜ່ວຍ​ພິພົບ (HPI) ປີ 2012 ​ໂດຍ​ກອງ​ທຶນ​ເສດຖະກິດ​ໃໝ່ (NEF) ຊື່​ງ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານທີ່​ມີ​ສຳ​ນັກງານ​ຕັ້ງຢູ່​ປະ​ເທດ​ອັງກິດ ປະກາດ​ເມື່ອ​ວັນ​ທີ 14/6 ທີ່​ຜ່ານ​ມາ. ຢືນອັນ​ດັບ 1 ​ໃນ​ບັນຊີ​ລາຍ​ຊື່​ຂອງ 151 ປະ​ເທດ ​ແລະ ​ເຂດ​ແຄ້ວນ ​ໄດ້​ຮັບ​ການ​ສຳ​ຫຼວດ​ແມ່ນ​ປະ​ເທດ Costa Rica. ນີ້​ແມ່ນ​ປີ​ທີ 2 ຢ່າງ​ລຽນຕິດ​ທີ່ Costa Rica ຢືນ​ອັນ​ດັບ 1 ກ່ຽວ​ກັບ​ດັດຊະນີ HPI. HPI ​ໄດ້​ສ້າງ​ຂຶ້ນ​ດ້ວຍ 3 ມາດຖາ​ນຄື: ຄວາມ​​ເພິ່ງ​ພໍ​ໃຈ​ກັບ​ຊີວິດ, ອາຍຸ​ຍືນ​ສະ​ເລ່ຍຂອງ​ປະຊາຊົນ ​ແລະ ລະດັບ​ໃຊ້ ​ແລະ ປ່ອຍ​ອາຍ​ກາກ​ບອນ​ອອກ​ສູ່ສິ່ງ​ແວດ​ລ້ອມ.

   ດັດຊະນີ HPI ​ໄດ້​ຖືກ​ປະກາດ​ເປັນຄັ້ງທຳ​ອິດ​ເມື່ອ​ປີ 2006 ​ແລະ ຄັ້ງທີ 2 ​ໃນ​ປີ 2009. ຫວຽດນາມ ​ໄດ້​ເລື່ອນ​ຂັ້ນຢ່າງ​ຕໍ່​ເນື່ອງ, ຈາກ​ອັນ​ດັບ​ທີ 12 ​ໃນ​ປີ 2006 ຂຶ້ນ​ອັນ​ດັບ​ທີ 5 ​ໃນ​ປີ 2009 ​ແລະ ອັນ​ດັບ​ທີ 2 ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ