ຫວຽດ​ນາມ - ລາວ ແບ່ງ​ປັນ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ສ້າງ​​ສັງ​ຄົມ​ນິ​ຍົ​ມ

(VOVWORLD) -ວັນທີ 8 ທັນວາ, ກອງປະຊຸມສຳມະນາທິດສະດີຄັ້ງທີ 9 ລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ດ້ວຍຫົວຂໍ້ “ບັນດາບັນຫາ ແລະ ທິດທາງແກ້ໄຂສະພາບການດ້ານເສດຖະກິດ - ການເງິນ, ປະສົບການຂອງ ຫວຽດນາມ ແລະ ລາວ” ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ລາວ. 
ຫວຽດ​ນາມ - ລາວ ແບ່ງ​ປັນ​ບັນ​ດາ​ບັນ​ຫາ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ສ້າງ​​ສັງ​ຄົມ​ນິ​ຍົ​ມ - ảnh 1ກອງປະຊຸມສຳມະນາທິດສະດີຄັ້ງທີ 9 (ພາບ: VOV)

ໃນລະຫວ່າງວັນທີ 8 – 9 ທັນວາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນຫາທິດສະດີ ແລະ ບົດຮຽນປະສົບການຂອງສອງປະເທດໃນການຮັກສາສະຖຽນລະພາບເສດຖະກິດມະຫາພາກ ຕິດພັນກັບການຮັບປະກັນຊີວິດສັງຄົມ; ປະຕິບັດນະໂຍບາຍເງິນຕາ, ນະໂຍບາຍການເງິນ; ດຶງດູດເງິນລົງທຶນຂຶ້ນກັບພາກສ່ວນເສດຖະກິດຕ່າງໆ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດເອກະຊົນ; ຄວບຄຸມໄພເງິນເຟີ້… ໂດຍໄດ້ເລີ່ມຈັດຂຶ້ນແຕ່ປີ 2013, ກອງປະຊຸມສຳມະນາທິດສະດີ ແມ່ນກົນໄກສຳຄັນເພື່ອໃຫ້ສອງພັກແລກປ່ຽນບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ໃນພາລະກິດປ່ຽນແປງໃໝ່, ສ້າງສັງຄົມນິຍົມຂອງແຕ່ລະປະເທດ.



ຕອບກັບ

ຂ່າວ/ບົດ​ອື່ນ