ຫວຽດ​ນາມ - ລາວ​ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ

(VOVWORLD) -ຕອນເຊົ້າວັນທີ 27 ພະຈິກ, ຢູ່ແຂວງເງະອານ, ຄະນະກຳມະການຮ່ວມມືຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຂັ້ນຮອງປະທານເພື່ອຕີລາຄາການປະຕິບັດຂໍ້ຕົກລົງຮ່ວມມື ປີ 2019 ແລະ ແລກປ່ຽນທິດທາງໃນການຮ່ວມມືປີ 2020.
 ຫວຽດ​ນາມ - ລາວ​ດຳ​ເນີນກອງ​ປະ​ຊຸມ​ຂ​ັ້ນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ - ảnh 1ກອງປະຊຸມຂັ້ນຮອງປະທານຄະນະກຳມະການຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ - ລາວ

ຄະນະຜູ້ແທນ ຫວຽດນາມໂດຍທ່ານ ຫງວຽນວັນຈຸງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມະການ ຮ່ວມມື ຫວຽດນາມ - ລາວ ນຳໜ້າ ແລະ ທາງຝ່າຍລາວໂດຍທ່ານຄຳເຜີຍ ແກ້ວກິນນາລີ ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນລາວ, ຮອງປະທານຄະນະກຳມະການ ຮ່ວມມື ລາວ - ຫວຽດນາມ ນຳໜ້າ ພ້ອມກັບບັນດາການນຳຂະແໜງການຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ຽວກັບໄລຍະທີ່ຈະມາເຖິງ 2 ຝ່າຍໄດ້ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍ, ຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນ, ສຸມໃສ່ເພີ່ມທະວີການພົວພັນດ້ານການເມືອງ; ຍົກສູປະສິດທິຜົນຂອງບັນດາການຮ່ວມມື; ຜັນຂະຫຍາຍປະຕິບັດເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງຕ່າງໆໃຫ້ເປັນຢ່າງດີ; ສືບຕໍ່ໂຄສະນາ, ເຜີຍແຜ່ສຶກສາອົບຮົມ, ມູນເຊື້ອມິດຕະພາບຄວາມສາມັກຄີແບບພິເສດລະຫວ່າງ ສອງປະເທດ; ຊຸກຍູ້ການຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງດ່ວນ ຮ່າໂນ້ຍ - ວຽງຈັນ, ຂໍ້ຕົກລົງຜັນຂະຫຍາຍເສັ້ນທາງລົດໄຟ ວຽງຈັນ - ທ່າກ່ຳປັ່ນ  ວູ້ງອ໊າງ.

ຕອບກັບ

ຂ່າວ/ບົດ​ອື່ນ