ຫວຽດ​ນາມ ​ວາງເປົ້າ​ໝາຍ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປະ​ມານ 6,5% ໃນ​ປີ 2021

(VOVWORLD) -ລັດຖະບານຫວຽດນາມ ຫາກໍປະກາດໃຊ້ມະຕິວ່າດ້ວຍໜ້າທີ່, ມາດຕະການຕົ້ນຕໍໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2021.
ຫວຽດ​ນາມ ​ວາງເປົ້າ​ໝາຍ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປະ​ມານ 6,5% ໃນ​ປີ 2021 - ảnh 1(ພາບປະກອບ: hanoimoi.com.vn)

ລັດຖະບານ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີ 2021 ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ. ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະ ມີປະສິດທິຜົນ; ສືບຕໍ່ຍົກສູງ ແລະ ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ ມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ, ສັງຄົມໃຫ້ຄົບຊຸດ, ທັນສະໄໝ; ພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງແຮງ ແລະ ຄົບຊຸດ, ສ້າງພື້ນຖານພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ພ້ອມກັບໜ້າທີ່ປັບປຸງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຍູ້ແຮງບັນດາການເຄື່ອນໄຫວພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາຢ່າງວ່ອງໄວ, ຍືນຍົງ; ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

        ປີ 2021, ລັດຖະບານຫວຽດນາມ ໄດ້ວາງເປົ້າໝາຍສູ້ຊົນບັນລຸລະດັບການເຕີບໂຕ GDP ປະມານ 6,5%; GDP ສະເລ່ຍຕໍ່ຫົວຄົນປະມານ 3.700 USD.


ຕອບກັບ

ຂ່າວ/ບົດ​ອື່ນ